ໃນເວລາ 08 ໂມງ 00 ນາທີ ຫາ 16 ໂມງ 00 ຂອງວັນຈັນ, ວັນທີ 07 ກໍລະກົດ 2020 ຄະນະນຳ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກໂດຍ ຜ່ານລະບົບ Video Conference ທີ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີບັນດາກົມທີ່ຂຶ້ນກັບກະຊວງ

ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 18 ແຂວງເຂົ້າຮ່ວມເພື່ອລາຍງານການຈັດຕັ້ງເຄື່ອນໄຫວວຽກງານ ຊັບພະຍາກອນທຳມະຊາດ ແະລ ສິ່ງແວດລ້ອມ ທີ່ເຫັນວ່າພົ້ນເດັ່ນ 6 ເດືອນ ຕົ້ນປີ ແລະ ຄາດຄະເນສູ້ຊົນ 6 ເດືອນ ຕົ້ນປີ 2020. ນອກຈາກນັ້ນຍັງໄດ້ຄົ້ນຄ້ວາປຶກສາຫາລືກ່ຽວກັບວຽກງານຈັດສັນທີ່ດິນ ແລະ ຄຸ້ມຄອງນຳໃຊ້, ກ່ຽວກັບວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານໃນຂັ້ນແຂວງຕື່ມອີກ