ໃນຕອນເຊົ້າວັນສຸກ ຂອງວັນທີ 24 ກໍລະກົດ 2020 ເວລາ 08 ໂມງ 30 ນາທີ ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງະຊຸມປຶກສາຫາລືກ່ຽວກັບຜ່ານ ບົດລາຍງານຂໍ້ມູນ ການວາງແຜນຈັດສັນທີ່ດິນ ແລະ ຄຸ້ມຄອງສິ່ງແວດລ້ອມ ແບບຮອບດ້ານ ຂອງນະຄອນຫຼວງວຽງຈັນ ຮ່ວມກັບ ຫ້ອງການຊັບພະຍາກອນທຳມະ

ຊາດ ແລະ ສິ່ງແວດລ້ອມ 9 ເມືອງ ແລະ 8 ຂະແໜງທີ່ຂຶ້ນກັບພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ  ແລະ ບັນດາກົມກອງຈາກ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມໃນກອງປະຊຸມທັງໝົດມີ 28 ທ່ານ ຍິງ 4 ທ່ານ