ໃນວັນພະຫັດ ທີ 27 ສິງຫາ 2020 ເວລາ 10:00 ໂມງ ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງ ພະແນກ ຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫລວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ ລະຫວ່າງ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫລວງວຽງຈັນ (ຜູ້ເກົ່າ) ຄື ທ່ານ ບຸນທາມ ພຸດທະວົງສາ ແລະ ທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າ ພຊສ .ນວ ຂື້ນເປັນຜູ້ຮັກສາການຫົວໜ້າ ພະແນກ ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ ແລະ ນອກຈາກນີ້ຍັງໄດ້ມອບໃຫ້ ທ່ານ ບຸນມາ ເທບສົມບັດ ຮອງຫົວໜ້າ ພຊສ.ນວ ຂື້ນຮັກສາການ ເລຂາ ຄະນະພັກຮາກຖາກ ພຊສ.ນວ. ເຊິ່ງໃນພິທີດັ່ງກ່າວໄດ້ມີ ຫົວໜ້າ, ຮອງຫົວໜ້າ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 09 ເມືອງອ້ອມຂ້າງ ພຊສ.ນວ ພ້ອມດ້ວຍ ຄະນະພັກຮາກຖານ, ຮອງຫົວໜ້າ ພຊສ.ນວ, ເລຂາ, ຮອງເລຂາພ້ອມດ້ວຍຄະນະໜ່ວຍພັກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກ ງານລັດຖະກອນອ້ອມຂ້າງ ພຊສ.ນວ ທັງໝົດເຂົ້າຮ່ວມພິທີຢ່າງເປັນທາງການ.
        ໃນພິທີດັ່ງກ່າວ ທ່ານ ບຸນທາມ ພຸດທະວົງສາ ໄດ້ລາຍ ງານກ່ຽວກັບການປະຕິບັດໜ້າທີຕະຫລອດໄລຍະຮັບໜ້າທີຜ່ານມາປະມານ 2 ປີປາຍໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ຂໍ້ຄົງຄ້າງ.
        ແລະ ກອງປະຊຸມກໍ່ໄດ້ໄດ້ດໍາເນີນໄປເປັນເວລາເຄີ່ງຕອນຈື່ງໄດ້ປິດລົງຢ່າງເປັນທາງການດ້ວຍຜົນສໍາເລັດຢ່າງຈົບງາມ.