ໃນຕອນແລງ ຂອງວັນທີ 1 ກັນຍາ 2020 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີ ມອບ-ຮັບ ຫົວໜ້າຂະແໜງທີ່ດິນ ຜູ້ເກົ່າ ແລະ ຮັກສາການຜູ້ໃໝ່ ລະຫວ່າງ ທ່ານ ຄຳຕັນ ແກ້ວຫາວົງ ແລະ ທ່ານ ສີວິໄຊ ສາລີວັນ ເປັນຜູ້ຮັກສາການຜູ້ໃໝ່ ໂດຍໃຫ້ກຽດເປັນປະທານ ອປ ແອງພອນ ແພງສຸວັນ ຮັກສາ

ການຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນມາ ເທບສົມບັດ ຮັກສາການເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນ ເຊິ່ງໃນພິທີດັ່ງກ່າວມີ ຄະນະພັກຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເລຂາ ຄະນະໜ່ວຍພັກ 8 ໜ່ວຍທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພ້ອມດ້ວຍສະມາຊິກພັກຂະແໜງທີ່ດິນທັງໝົດເຂົ້າຮ່ວມ.