ພິທີປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ ລະຫວ່າງ ຫົວໜ້າ ພຊສ.ນວ ຜູ້ເກົ່າ ແລະ ຜູ້ໃໝ່ ໃນວັນພະຫັດ ທີ 27 ສິງຫາ 2020 ເວລາ 10:00 ໂມງ ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫລວງວຽງຈັນ ໄດ້ຈັດພິທີ ປະກາດການຈັດຕັ້ງ ແລະ ມອບຮັບໜ້າທີ ລະຫວ່າງ ຫົວໜ້າ ພະແນກ ຊັບພະຍາກອນ

ທໍາມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫລວງວຽງຈັນ (ຜູ້ເກົ່າ) ຄື ທ່ານ ບຸນທາມ ພຸດທະວົງສາ ແລະ ທ່ານ ປອ ແອງພອນ ແພງສຸວັນ ຮອງຫົວໜ້າ ພຊສ.ນວ ຂື້ນເປັນ ຜູ້ຮັກສາການຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫລວງວຽງຈັນ ແລະ ນອກ ຈາກນີ້ຍັງໄດ້ມອບໃຫ້ ທ່ານ ບຸນມາ ເທບສົມບັດ ຮອງຫົວໜ້າ ພຊສ.ນວ ຂື້ນຮັກສາການ ເລຂາ ຄະ ນະພັກຮາກຖາກ ພຊສ.ນວ. ເຊິ່ງໃນພິທີດັ່ງກ່າວໄດ້ມີ ຫົວໜ້າ, ຮອງຫົວໜ້າ ຫ້ອງການຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 09 ເມືອງອ້ອມຂ້າງ ພຊສ.ນວ ພ້ອມດ້ວຍ ຄະນະພັກຮາກຖານ, ຮອງຫົວໜ້າ ພຊສ.ນວ, ເລຂາ, ຮອງເລຂາພ້ອມດ້ວຍຄະນະໜ່ວຍພັກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານລັດຖະກອນອ້ອມຂ້າງ ພຊ ສ.ນວ ທັງໝົດເຂົ້າຮ່ວມພິທີຢ່າງເປັນທາງ ແລະ ໃນພິທີດັ່ງກ່າວ ທ່ານ ບຸນທາມ ພຸດທະວົງສາ ໄດ້ລາຍ ງານກ່ຽວກັບການປະຕິບັດໜ້າທີຕະຫລອດໄລຍະຮັບໜ້າທີຜ່ານມາປະມານ 2 ປາຍໄດ້ຍົກໃຫ້ເຫັນຜົນງານດ້ານດີ ແລະ ຂໍ້ຄົງຄ້າງ ແລະ ກອງປະຊຸມກໍ່ໄດ້ໄດ້ດໍາເນີນໄປເປັນເວລາ ເຄີ່ງຕອນຈື່ງໄດ້ປິດລົງຢ່າງເປັນທາງການດ້ວຍຜົນສໍາເລັດຢ່າງຈົບງາມ.