ໃນຕອນແລງ, ຂອງວັນຈັນ ວັນທີ 17 ມັງກອນ 2022 ເວລາ 13:30 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ເປີດພິທີຮັບເອົາສະມາຊິກພັກສຳຮອງເລື່ອນເປັນສະມາຊິກພັກສົມບູນ 05 ສະຫາຍ ທີ່ເປັນພະນັກງານສັງ ກັດຢູ່

         ໃນຕອນບ່າຍ, ວັນຈັນ ຂອງວັນທີ 06 ທັນວາ 2021 ເວລາ 13 ໂມງ 00 ນາທີ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມນະຄອນຫຼວງ ວຽງຈັນ ໄດ້ເປີດກອງປະຊຸມສ່ອງແສງ ປະຈຳເດືອນ ພະຈິກ 2021 ເຊິງແຕ່ ລະຂະ ແໜງໄດ້ລາຍງານວຽກງານທີ່ພົ້ນເດັ່ນ,ໂດຍຫໍ້ຍທີ່ຈັດຕັ້ງປະຕິບັດໄດ້ ແລະ ບັນຫາທີ່ຍັງຄົງຄ້າງໃນການຈັດຕັ້ງປະຕິບັດວຽກງານໂດຍໃຫ້ກຽດ ເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນ ທຳ ມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນເຊິ່ງມີຄະນະພະແນກ ແລະ ຫົວໜ້າຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດມີ 12 ທ່ານ ຍິງ 01 ທ່ານ

  1. ປະຕິບັດ​ ກົດໝາຍ ​ແລະ ມະຕິ​ຕົກລົງ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ແຈ້ງການ ແລະ ຄໍາແນະນໍາ ກ່ຽວ​ກັບວຽກ​ງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຂັ້ນເທີງວາງອອກ;
  2. ຫັນເອົາແນວທາງນະໂຍບາຍຂອງພັກ, ນະໂຍບາຍ, ຍຸດທະສາດ, ແຜນການ ແລະ ມະຕິຕົກລົງ​ຂອງ​ລັດຖະ​ບານ, ຂອງ​ກະຊວງ​ຊັບພະຍາກອນ​ທໍາ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ກ່ຽວ​ກັບວຽກ​ງານຄຸ້ມຄອງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ມາເປັນແຜນການ, ແຜນງານ ແລະ ໂຄງການລະອຽດຂອງພະ​ແນ​ກ​ຕົນ ພ້ອມ​ທັງ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ ​ໃຫ້​ໄດ້​ຮັບ​ຜົນ​ດີ ​ແລະ ປາກົດ​ຜົນ​ເປັນ​ຈິງ;
  3. ເຜີຍ​ແຜ່ ​ແຜນ​ຍຸດ​ທະ​ສາດ, ​ແຜນ​ນະ​ໂຍບາຍ, ​ແຜນ​ງານ, ​ໂຄງການ ​ແລະ ນິຕິ​ກໍາ​ ກ່ຽວກັບການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ທີ່​ໄດ້​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ, ລັດຖະບານ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມ​ທັງ ຊີ້​ນໍາ, ນໍາພາ​ໃນ​ການຈັດ​ຕັ້ງ​ປະຕິບັດ ໃຫ້ໄດ້ຮັບຜົນດີ ແລະ ມີປະສິດທິຜົນ;
  4. ເຂົ້າຮ່ວມ ແລະ ປະກອບຄຳເຫັນໃນການສ້າງ ແລະ ປັບປຸງນະໂຍບາຍ, ຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ນິຕິກຳຕ່າງໆທີ່ກ່ຽວຂ້ອງກັບການຄຸ້ມຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;
  5. ກວດກາ, ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງບໍລິຫານ ຕາມຂອບ​ເຂດ​ສິດ​ຂອງ​ຕົນ; ເຂົ້າຮ່ວມ ແລະ ນຳສະເໜີຂະແໜງການທີ່ມີສິດອຳນາດ ແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະທາງແພ່ງ ແລະ ທາງອາຍາ ທີ່ພົວພັນເຖິງການ​ຄຸ້ມ​ຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃນຂອບເຂດທ້ອງ​ຖິ່ນ​ຂອງ​ຕົນ;
  6. ດຳ​ເນີນ​ການຈັດສັນທີ່ດິນ​ຂັ້ນ​ແຂວງ ແລ​ະ ຂັ້ນ​ເມືອງ ​ໂດຍອີງ​ຕາມ​ແຜນ​ແມ່​ບົດ​ຈັດ​ສັນ​ທີ່​ດິນ​ແຫ່ງ​ຊາດ; ສໍາ​ຫຼວດ-ວັດ​ແທກ, ສ້າງແຜນທີ່, ວາງແຜນນຳໃຊ້ທີ່ດິນ; ອອກໃບຢັ້ງຢືນ​ກ່ຽວ​ກັບທີ່ດິນ ເປັນ​ຕົ້ນ ການ​ນຳ​ໃຊ້​, ​​​ການ​ສໍາ​ຫຼວດ, ​ການ​ຫັນປ່ຽນປະ​ເພດ​ ​ແລະ ການພັດທະນາທີ່ດິນ; ສ້າງ​ສໍາມະ​ໂນ​ທີ່​ດິນ, ຂຶ້ນທະ​ບຽນ​ອອກ​ໃບ​ຕາ​ດິນ, ຈົດ​ທະບຽນທີ່​ດິນ, ຈົດ​ທະ​ບຽນ​ນິ​ຕິ​ກຳ​ກ່ຽວ​ກັບທີ່​ດິນ, ປະ​ເມີນ​ລາ​ຄາ​ທີ່​ດິນ ແລະ ສິ່ງ​ປຸກ​ສ້າງ ແລະ ຄຸ້ມ​ຄອງ​ກິດ​ຈະ​ການ​ອະ​ສັງ​ຫາ​​ລິ​ມະ​ຊັບ; ຄົ້ນຄ້ວາ​ນຳສະເໜີ ກ່ຽວກັບການ​ອອກ​ອະ​ນຸ​ຍາດ​ສິດ​ນຳ​ໃຊ້ ແລະ ຫັນສິດນຳໃຊ້ທີ່ດິນລັດ, ການທົດແທນຄ່າເສຍຫາຍຈາກການໂອນສິດນຳໃຊ້ທີ່ດິນຄືນ, ການອະນຸຍາດໃຫ້ເຊົ່າ ຫຼື ສຳປະທານທີ່ດິນ ຕາມກົດໝາຍ ຫຼື ລະບຽບການ ທີ່ກຳນົດໄວ້;
  7. ສ້າງ​ແຜນ​ຍຸດ​ທະ​ສາດ​ນ້ຳ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ຂັ້ນ​ແຂວງ ​ໂດຍອີງ​ຕາມ​ແຜນ​ຍຸດ​ທະ​ສາດ​ຊັບ​ພະ​ຍາ​ກອນ​ນ້ຳ​ແຫ່ງ​ຊາດ; ເຂົ້າ​ຮ່ວມ​ໃນ​ການ​ວາງ​ແຜນ​ອ່າງ​ຮັບ​ນ້ຳ​ຂະ​ໜາດ​ໃຫ​ຍ່ ​ທີ່​ໄຫຼ​ຜ່ານ​ຫຼາຍ​ແຂວງ; ວາງ​ແຜນ​ຄຸ້ມ​ຄອງ​ອ່າງ​ຮັບ​ນ້ຳ​ຂະ​ໜາດ​ກາງ ​ທີ່​ໄຫຼ​ຜ່ານ​ແຂວງ​ດຽວ, ອອກ​ອະ​ນຸ​ຍາດ​ການ​ຂຸດ​ເຈາະ​ ແລະ ການ​ນຳ​ໃຊ້​ນ້ຳ​ໃຕ້​ດິນ​ຂະ​ໜາດ​ໃຫ​ຍ່, ອອກ​ອະ​ນຸ​ຍາດ​ນຳ​ໃຊ້​ນ້ຳ​ໜ້າ​ດິນ​ຂະ​ໜາດ​ກາງ, ອະ​ນຸ​ຍາດ​ການ​​ປ່ອຍ​ນ້ຳ​ເປື້ອນ​ຂະ​ໜາດ​ກາງ, ສຳ​ຫຼວດ ສັງ​ລວມ​ຂໍ້​ມູນ​ເຂົ້າ​ໃນ​ລະ​ບົບ​ຖານ​ຂໍ້​ມູນ-ຂ່າວ​ສານ, ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານອະນຸລັກ, ປົກປັກຮັກສາ, ຟື້ນຟູບູລະນະ ແລະ ພັດທະນາການນຳໃຊ້ນໍ້າ ແລະ ຊັບພະຍາກອນນໍ້າ,​ ຄຸນ​ນະ​ພາບ​ນ້ຳ​ທຳ​ມະ​ຊາດ ແລະ ມາດ​ຕະ​ຖານ​ການ​ປ່ອຍ​ນ້ຳ​ເປື່ອນ; ເຂົ້າ​ຮ່ວມ​ໃນ​ການ​ກຳ​ນົດ ຄຸ້ມ​ຄອງ​ເຂດ​ສະ​ຫງວນ​ຊັບ​ພະ​ຍາ​ກອນ​ນ້ຳ​ລະ​ດັບ​ຊາດ, ຄຸ້ມ​ຄອງ​ເຂດ​ສະ​ຫງວນ​ຊັບ​ພະ​ຍາກອນ​ນ້ຳ​ຂັ້ນ​ແຂວງ ລວມ​ທັງ​ເຂດ​ບໍ​ລິ​ເວນຍອດ​ນ້ຳ, ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ມາດ​ຕະ​ຖານຄຸ້ມ​ຄອງ​ທີ່​ດິນ​ບໍ​ລິ​ເວນ​ນ້ຳ​ຂະ​ໜາດ​ກາງ ຕາມ​ກົດ​ໝາຍ ແລະ ລະ​ບຽບ​ການ;
  8. ​ເປັນ​ເຈົ້າ​ການປ້ອງກັນ, ຄວບຄຸມ, ຕິດ​ຕາມກວດ​ກາ ແລະ ແກ້​ໄຂ​ບັນ​ຫາ​ມົນລະພິດທຸກ​ປະ​ເພດ, ຄຸ້ມຄອງສານເຄມີ​ເປັນພິດ, ວັດຖຸອັນຕະລາຍ, ສິ່ງເສດເຫຼືອອັນຕະລາຍ ​ແລະ ສິ່ງ​ເສດ​ເຫຼືອອື່ນໆ ​ໃນ​ຂອບ​ເຂດ​ທ້ອງ​ຖິ່ນ​ຂອງ​ຕົນ; ສໍາຫຼວດ ແລະ ເກັບກໍາຂໍ້ມູນກ່ຽວກັບມົນລະພິດ ພ້ອມ​ທັງຄົ້ນຄວ້າ, ວິ​ໄຈ​ ແລະ ພັດທະນາ​ຫ້ອງ​ວິ​ໄຈ​ສິ່ງ​ແວດ​ລ້ອມ​ ຕາມຄວາມ​ສາມາດ ​​ເພື່ອ​ຮັບ​ໃຊ້​ໃນ​ການ​ບໍລິຫານ ​ແລະ ການ​ບໍລິການ;
  9. ສົ່ງເສີມ ແລະ ສ້າງຈິດສໍານຶກໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ສ້າງ​ຕົວ​ເມືອງ​ ແລະ ຊົນ​ນະ​ບົດຍືນ​ຍົງ​ດ້ານ​ສິ່ງ​ແວດ​ລ້ອມ, ວຽກງານ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ພ້ອມ​ທັງປ້ອງກັນ ແລະ ແກ້ໄຂເຫດການສຸກເສີນ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ;
  10. ທົບທວນ ​ແລະ ນໍາ​ສະ​ເໜີການ​ນໍາ​ແຂວງ, ນະຄອນຫຼວງ ຮັບຮອງເອົາ ບົດ​ລາຍ​ງານ​ການ​ສຶກສາ​ເບື້ອງ​ຕົ້ນ​ກ່ຽວກັບ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ;​ ເຂົ້າ​ຮ່ວມຂະ​ບວນການ​ທົບ​ທວນ ​ແລະ ການພິຈາລະນາ​ຮັບຮອງ​ເອົາບົດ​ລາຍ​ງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດຂອງໂຄງການລົງທຶນ ລວມທັງການດໍາ​ເນີນ​ວຽກງານ​ການມີສ່ວນຮ່ວມຂອງ​ມວນ​ຊົນ ພ້ອມ​ທັງ​ຕິດຕາມກວດກາ ການຄຸ້ມຄອງສິ່ງແວດລ້ອມ​ຂອງ​ໂຄງການ​ຢ່າງ​ເປັນ​ລະບົບ ​ແລະ ຕໍ່​ເນື່ອງ;
  11. ຕິດຕາມ, ກວດກາຄຸນນະພາບສິ່ງແວດລ້ອມ, ອາກາດ, ສຽງ, ຄວາມສັ້ນສະເທື່ອນ, ດິນ, ນໍ້າ ແລະ ສານເຄມີອັນຕະລາຍ ພາຍໃນແຂວງ, ນະຄອນຫຼວງຂອງຕົນ; ສໍາລັບຫ້ອງທົດລອງປະຈໍາພາກ ທີ່ ແຂວງຫຼວງພະບາງ, ແຂວງຊຽງຂວາງ ແລະ ແຂວງຈໍາປາສັກ ແມ່ນມີໜ້າທີ່ໃນການວິໄຈຄຸນນະພາບສິ່ງແວດລ້ອມ ຊ່ວຍບັນດາແຂວງ, ນະຄອນຫຼວງ ຂຶ້ນກັບພາກຂອງຕົນ, ຕາມຄວາມອາດສາມາດ ແລະ ລາຍງານຂໍ້ມູນຜົນການວິໄຈໃຫ້ ສະຖາບັນຄົ້ນຄ້ວາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເປັນແຕ່ລະໄລຍະ;
  12. ເຂົ້າ​ຮ່ວມ ແລະ ຈັດຕັ້ງປະຕິບັດຍຸດທະສາດການປ່ຽນແປງດິນຟ້າອາກາດ, ຍຸດ​ທະ​ສາດ​ຫຼຸດຜ່ອນ​ຄວາມ​ສ່ຽງໄພພິບັດ, ແຜນດໍາ​ເນີນງານ​ການປ່ຽນແປງດິນຟ້າອາກາດ, ແຜນງານ​ແຫ່ງຊາດ​ໃນ​ການ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຂະ​ບວນການ​ສົ່ງ​ເສີມ​ ໂຄງການ​ຫຼຸດຜ່ອນ​ການ​ປ່ອຍ​ທາດອາຍເຮືອນ​ແກ້ວ ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ; ຈັດຕັ້ງປະຕິບັດ ການສັງເກດສະພາບອາກາດ, ວັດແທກ, ເກັບກຳ, ສັງລວມ ແລະ ຄຸ້ມຄອງລາຍງານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ, ໄພພິບັດທຳມະຊາດ ແລະ ແຜ່ນດິນໄຫວ; ຄົ້ນຄ້ວາ, ສະເໜີປັບປຸງຍົກລະດັບຕາໜ່າງສະຖານີອຸຕຸການບິນ, ຕາໜ່າງສະຖານີອຸຕຸກະເສດ ແລະ ຕາໜ່າງສະຖານີຕິດຕາມແຜ່ນດິນໄຫວໃນຂອບເຂດທ້ອງ​ຖິ່ນ​ຂອງ​ຕົນ;
  13. ເກັບ​ກໍາ​ສັງ​ລວມຂໍ້​ມູນສະ​ຖິ​ຕິ ເຂົ້າ​ໃນລະບົບ​ຖານ​ຂໍ້​ມູນ-ຂ່າວສານ ຊັບພະຍາກອນ​ທໍາ​ມະ​ຊາດ​ ແລະ ສິ່ງ​ແວດ​ລ້ອມ​ ເພື່ອຄຸ້ມ​ຄອງ, ນໍາ​ໃ​ຊ້, ​ແລກປ່ຽນ ​ແລະ ບໍລິການໃນ​ແຂວງ​, ນະຄອນຫຼວງຂອງ​ຕົນ;
  14. ຊີ້​ນໍາ, ຄຸ້ມຄອງ, ບໍາລຸງ-ກໍ່ສ້າງ, ສັບ​ຊ້ອນ, ປະຕິບັດ​ນະ​ໂຍບາຍຕໍ່ພະນັກງານ-ລັດຖະກອນ ພ້ອມ​ທັງ​ສ້າງ​ແຜນ ແລະ ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ, ສຳ​ມະ​ນາ, ຄົ້ນ​ຄ້ວາ, ປັບປຸງ ​ແລະ ບູລະນະ​ກົງຈັກ​ການຈັດ​ຕັ້ງຂອງ​ພະແນກ​ຕົນ ​ໃຫ້​ເຂັ້ມ​ແຂງ; ​ກໍາໜົດຕໍາ​ແໜ່ງງານ ​ໃຫ້ຖືກຕ້ອງ ​ແລະ ​ສອດຄ່ອງ​ກັບໜ້າທີ່​ການ​ເມືອງ​ ໃນ​ແຕ່ລະ​ໄລຍະ;
  15. ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ, ຄຸ້ມ​ຄອງບັນຊີ, ຄັງເງິນສົດ, ເງິນເດືອນ-ເງິນນະໂຍບາຍຕ່າງໆ; ດໍາ​ເນີນການຈັດຊື້-ຈັດຈ້າງ, ສ້າງແຜນວຽກ​, ແຜນງົບປະມານ ລວມທັງ ແຜນເກັບລາຍຮັບວິຊາການ ເພື່ອສ້າງລາຍຮັບເຂົ້າງົບປະມານ ຕາມກົດໝາຍ ແລະ ລະບຽບການ;
  16. ຄຸ້ມ​ຄອງ​ບໍລິຫານ, ຄຸ້ມຄອງ ​ແລະ ນໍາ​ໃຊ້ຊັບສິນ, ຊັບ​ສົມບັດ​ລວມຂອງ​ລັດ​ ໃຫ້​ຖືກ​ກັບ​ເປົ້າໝາຍ ​ແລະ ສອດຄ່ອງ​ກັບ​ກົດໝາຍ ​ແລະ ລະບຽບການຕ່າງໆ;
  17. ຕິດຕາມ​ການ​ປະຕິບັດ​ສິດ, ໜ້າທີ່ ​ແລະ ຄວາມ​ຮັບຜິດຊອບ​ຂອງ​​ພະນັກງານ-ລັດຖະກອນ ທີ່​ຂຶ້ນ​ກັບ​ສິດ​ຄຸ້ມ​ຄອງ​ຂອງພະ​ແນ​ກ ​ເພື່ອ​ສະ​ກັດ​ກັ້ນ​ປາກົດການ​ລະ​ເມີດມະຕິ, ຄໍາ​ສັ່ງ, ​​ກົດໝາຍ ​ແລະ ລະບຽບການ​ຕ່າງໆຂອງ​ລັດ;
  18. ພົວພັນ​ຮ່ວມ​ມື​ ທັງ​ພາຍ​ໃນ, ​ຕ່າງປະ​ເທດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນຕ່າງໆ ​ເພື່ອ​ຂົນຂວາຍ​ການສະໜັບສະໜູນດ້ານ​ເຕັກນິກ​-ວິຊາ​ການ ​ແລະ ທຶນຮອນ​ເຂົ້າ​ໃນ​ວຽກງາ​ນຂອງ​ພະ​ແນ​ກຕົນ ຕາມ​ການ​ມອບໝາຍ ​ແລະ ການ​ເຫັນ​ດີ​ຂອງ​ຂັ້ນ​ເທີ​ງ;
  19. ປະເມີນຜົນ ແລະ ສະຫຼຸບສັງລວມການປະຕິບັດໜ້າທີ່ການເມືອງຂອງພະແນກຕົນ ແລ້ວລາຍງານໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເປັນປົກກະຕິ;
  20. ປະຕິບັດໜ້າທີ່ອື່ນໆ ຕາມທີ່ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຫຼື ເຈົ້າແຂວງ, ​ນະຄອນຫຼວງ ໄດ້ມອບໝາຍໃຫ້ສະເພາະ ແລະ ຕາມໜ້າທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

   ໃນຕອນເຊົ້າ, ວັນພຸດ ຂອງວັນທີ 03  ກຸມພາ  2021 ເວລາ 08 ໂມງ 00 ທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ໄດ້ຈັດພິທີມອບຫ້ອງການຫຼັງໃໝ່ ລະຫວ່າງ ທ່ານ ວິໄນ ສຸນາສົນ ຮອງປະທານ

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ​ແຂວງ, ນະ​ຄອນ​ຫຼວງ ຂຽນ​ເປັນ​ຕົວ​ອັກສອນ​ຫຍໍ້​ວ່າ "ພຊສ" ສັງກັດໃນໂຄງ ປະກອບກົງຈັກ ພາຍ​ໃຕ້​ການ​ຊີ້​ນໍາ-ນໍາພາ ແລະ ການຄຸ້ມຄອງຂອງອົງ ການປົກຄອງແຂວງ/ນະຄອນຫຼວງ ທາງດ້ານຊີວິດການເມືອງ ແລະ ຢູ່ພາຍໃຕ້ການຊີ້ນຳ-ນຳພາທາງດ້ານວິຊາການ ຂອງ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາລະບົດບາດ ເປັນເສນາ ທິ ການໃຫ້​ແກ່ ກະຊວງ ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ, ອົງການປົກຄອງແຂວງ, ນະຄອນ ຫຼວງ ໃນການຄຸ້ມຄອງ-ບໍລິຫານ, ຄຸ້ມ​ຄອງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຊຶ່ງປະກອບມີທີ່ດິນ, ນໍ້າ, ອາກາດ, ຊີວະນາໆພັນ, ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ລວມທັງວຽກງານໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ, ອຸຕຸນິຍົມ ແລະ ອຸທົກກະສາດ ໃນຂອບເຂດທ້ອງຖິ່ນຂອງຕົນ.

ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວ ຂອງ ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ/ນະຄອນຫລວງ, ສະບັບ ເລກທີ 3171/ກຊສ, ລົງວັນທີ 1 ສິງຫາ 2017