ໃນຕອນເຊົ້າ, ວັນພຸດ ຂອງວັນທີ 03  ກຸມພາ  2021 ເວລາ 08 ໂມງ 00 ທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ໄດ້ຈັດພິທີມອບຫ້ອງການຫຼັງໃໝ່ ລະຫວ່າງ ທ່ານ ວິໄນ ສຸນາສົນ ຮອງປະທານ

ບໍລິສັດ ຜູ້ຮັບເໝົາກໍ່ສ້າງ ແລະ ຫົວໜ້າ ແສງວິໄລ ສີລັດຕະນະ ຫົວໜ້າ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ນາຊາຍທອງ ໃຫ້ກຽດຮັບຮູ້ພິທີເຊັນມອບ-ຮັບໂດຍ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າ ພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ  ເຊິ່ງມີຫົວໜ້າ, ຄະນະຂະແໜງ 8 ຂະແໜງ ອ້ອມຂ້າງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ