ໃນຕອນເຊົ້າວັນອັງຄານ ວັນທີ 26 ພຶດສະພາ 2020  ເວລາ 8 ໂມງ 00 ທີ່ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍພັກ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບຸນທາມ ພຸດທະວົງສາ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະ

ພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ມີສະມາຊິກພັກສົມບູນພາຍໃນໜ່ວຍພັກເຂົ້າຣ່ວມທັງໝົດ 13 ສະຫາຍ, ເປັນຍິງ 03 ສະຫາຍ, ໃນນີມີຜູ້ລົງສະໝັກເລືອກຕັ້ງ 05 ສະຫາຍ ເພື່ອເປັນຄະນະບໍລິຫານໜ່ວຍພັກຊຸດໃໝ່, ກອງປະຊຸມ ໄດ້ປະຊາມະຕິເອົາຄະນະໜ່ວຍພັກຊຸດໃໝ່ 03 ສະຫາຍຄື:

  1. ສະຫາຍ ມິ່ງ ສີວົງໄຊ ຮອງຫົວຫນ້າ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນເລຂາ
  2. ສະຫາຍ ວິຈິດ ຈັນທະວົງ ວິຊາການ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນຮອງເລຂາ
  3. ສະຫາຍ ເພັດສະໝອນ ພັນຫຼວງຄຳ ວິຊາການ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນກຳມະການໜ່ວຍພັກພ້ອມທັງເປັນປະທານກວດກາພັກ.