ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2020 ເວລາ 08 ໂມງ 30 ນາທີ ທີ່ສະໂມສອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ເປີດພິທີຝຶກອົບຮົມ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມຫົວໜ່ວຍທຸລະກິດຄອບຄົວ ໃຫ້ຫ້ອງການການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ  ແລະ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ໃນນະຄອນຫຼວງ

ວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳປະດິດ ເຂັມມະນິດ ເຈົ້າເມືອງ ເມືອງໄຊທານີ ແລະ ທ່ານ ປອ ແອງພອນ ແພງສຸວັນ ຮອງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງຜູ້ເຂົ້າຮ່ວມຝຶກອົມຮົມໃນຄັ້ງນີ້ມີ 53 ທ່ານ ຍິງ 19 ທ່ານ