ເພື່ອເຮັດໃຫ້ວຽກງານ ແລະ ບັນດາຂໍ້ຄົງຄ້າງທີ່ເກີດຂຶ້ນ ໃນຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບການແກ້ໄຂຢ່າງຮີບດ່ວນ ໂດຍສະແມ່ນບັນຫາທີ່ດິນການອອກໃບຕາດິນຊັກຊ້າຊໍ້າຊ້ອນ ແລະ ອື່ນໆ ທີ່ມີລະສະນະບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃນໂອກາດເຂົ້າຮ່ວມ ກອງປະຊຸມ ສະໄໝສາມັນເທື່ອທີ ສະພາປະຊາຊົນ ຊຸດທີ ນະຄອນຫຼວງວຽງຈັນ ທ່ານ ບຸນທາມ ພຸດທະວົງສາ ໄດ້ຂຶ້ນສະເໜີບົດລາຍງານ ພ້ອມສະເໜີ 12 ມາດຕະການມາດຕະການແກ້ໄຂໃນຕໍ່ໜ້າດັ່ງນີ້:


1. 
ຈະເພີ່ມທະວີການສຶກສາອົບຮົມການເມືອງນຳພາແນວຄິດ ໄປຄຽງຄູ່ກັບການຕິດຕາມກວດກາ ການປະຕິບັດໜ້າທີ່ ຂອງພະນັກງານໃນຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງເຂັ້ມງວດເອົາໃຈໃສ່ສ້າງສະຕິເຄົາລົບ ແລະ ປະຕິບັດກົດໝາຍລະບຽບການເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ຈັນຍາບັນໃຫ້ພະນັກງານຢ່າງຕັ້ງໜ້າ.
2. 
ຈະເອົາໃຈໃສ່ປັບປຸງກົນໄກການບໍລິການກ່ຽວກັບວຽກງານທີ່ດິນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງໃນນັ້ນແມ່ນການຍົກລະດັບປັບປຸງການບໍລິການປະຕູດຽວວຽກງານທີ່ດິນໃຫ້ເຂັ້ມແຂງ ແລະ ທັນສະໄໝຕາມຂໍ້ແຂ່ງຂັນເຮັດໃຫ້ດີເຮັດໃຫ້ໄວເຮັດໃຫ້ຫຼາຍເຮັດໃຫ້ຖືກກົດໝາຍພິເສດ ຈຳນຳສະເໜີຂໍອະນຸມັດຈາກຂxນເທິງກ່ຽວກັບການເປີດບໍລິການດ່ວນ ເພື່ອໃຫ້ສັງຄົມມີຫຼາຍທາງເລືອກກ່ຽວກັບການໃຊ້ບໍລິການມອບ-ໂອນຈົດຈຳນອງເປັນຕົ້ນ.
3. 
ຈະເອົາໃຈໃສ່ແກ້ໄຂບັນຫາຫຍໍ້ທໍ້ກ່ຽກວັບທີ່ດິນທີ່ເກີດຂຶ້ນຕາມຄວາມຮັບຜິດຊອບເປັນຕົ້ນແມ່ນບັນຫາສຳນວນຕອນດິນຕົກຄ້າງ,ບັນຫາສຳນວນຕອນດິນເສຍ ແລະ ຂໍ້ຂັດແຍ່ງອື່ນໆທີ່ແກ່ຍາວຫຼ້າຊ້າມາຫຼາຍປີໄປຄຽງຄູ່ກັບການກວດກາປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດຕໍ່ລະບຽບ ກົດໝາຍຢ່າງເດັດຂາດ.
4. 
ຈະໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນກວດຄືນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານທີ່ຮັບຜິດບອບອອກໃບຕາດິນ ໂດຍເລີ່ມຕົ້ນຈາກການປັບປຸງກົງຈັກການຈັດຕັ້ງຊັບຂ້ອຍພະນັກງານພາຍໃນ ພຊສ ນວຈາກນັ້ນຈຶ່ງສືບຕໍ່ຊີ້ນຳລົງປັບປຸງຂັ້ນໜ່ວຍງານ ຫຊສ ເມືອງ ຢ່າງເປັນລະບົບ ແລະ ເຂັ້ມງວດກວດກາຄືນສຳນວນຕອນດິນ ຂັ້ນຕອນຂອງການເກັບຮັກສາເອກະສານ,ຂັ້ນຕອນການອອກສຳເນົາໃບຕາດິນ.
5. 
ເອົາໃຈໃສ່ບຳລຸງສ້າງຍົກລະດັບເຕັກນິກວິຊາການການນຳໃຊ້ລະບົບໄອທີໃຫ້ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.
6. 
ສະເໜີອຳນາດການປົກຄອງທ້ອງຖິ່ນຂັ້ນເມືອງ ເພີ່ມທະວີການຊີ້ນຳ-ນຳພາວຽກງານແນວຕິດ ແລະ ສະເໜີສະພາປະຊາຊົນນະຄອນຫຼວງ ໄດ້ຊ່ວຍຕິດຕາມກວດກາຢ່າງເປັນປົກກະຕິໃນການຄຸ້ມຄອງໃບຕາດິນ ແລະ ສຳນວນຕອນດິນ.
7. 
ຈະເອົາໃຈໃສ່ປະສານສົມທົບ ແລະ ສ້າງກົນໄກປະສານງານລະຫວ່າງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກັບ ທະນາຄານສານປະຊາຊົນອົງການໄອຍະການປະຊາຊົນ ແລະ ການຈັດຕັ້ງທ້ອງຖິ່ນທີ່ກ່ຽວຂ້ອງໃນການຕິດຕາມກວດກາ ແລະ ແກ້ໄຂບັນຫາການອອກໃບຕາດິນຊໍ້າຊ້ອນ.
8. 
ດຳເນີນມາດຕະການເດັດຂາດຕາມກົດໝາຍຕໍ່ຜູ້ລະເມີດ ແລະ ມີເຈດຕະນາອອກໃບຕາດິນຊໍ້າຊ້ອນໂດຍສະເໜີໃຫ້ດຳເນີນຄະດີອາຍາໃນສະຖານການປອງແປງເອກະສານ ແລະ ນຳໃຊ້ເອກະສານປອມ ຕາມມາດຕາ 364 ຂອງປະມວນກົດໝາຍອາຍາ.
9. 
ຮີບຮ້ອນອອກໃບຕາດິນໃຫ້ສຳເລັດຕາມແຜນການທີ່ ກຊສ ມອບໝາຍໃຫ້ໃນປີ 2025 ໃຫ້ສຳເລັດ 100%
10. 
ພັດທະນາລະບົບຄຸ້ມຄອງ-ບໍລິຫານທີ່ດິນໃຫ້ເປັນທັນສະໄໝໂດຍໄວປັບປຸງຂັ້ນຕອນການບໍລິການ ແລະ ແກ້ໄຂສິ່ງອຸດຕັນທີ່ເປັນອຸປະສັກໃຫ້ແກ່ປະຊາຊົນເພີ່ມມາດຕະການໃນການເຂົ້າເຖິງປະຊາຊົນໃຫ້ສະດວກ ແລະ ໄວຂຶ້ນ ໂດຍສະເພາະຈະຮີບຮ້ອນປະຕິບັດນະໂຍບາຍຂອງ ກຊສ ໃນການສ້າງສູນບໍລິການທີ່ດີຂຶ້ນ ເພື່ອສາມາດໂອນທີ່ດິນ.
11. 
ສູ້ຊົນສ້າງຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທີ່ດິນຢູ່ນະຄອນຫຼວງວຽງຈັນ ໃຫ້ສຳເລັດ ແລະ ສາມາດຈັດຕັ້ງປະຕິບັດໄດ້ ແລະ 
12. 
ສະເໜີພໍ່ແມ່ປະຊາຊົນອົງການຈັດຕັ້ງຂອງລັດ ແລະ ສັງຄົມ ແລະ ບັນດາທ່ານສະມາຊິກສະພາປະຊາຊົນ ນວ ໄດ້ຊ່ວຍຕິດຕາມກວດກາ ການປະຕິບັດໜ້າທີ່ຂອງພະນັກງານຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຫາກເຫັນວ່າບຸກຄົນໃດ ຫຼື ກຸ່ມຄົນໃດມີພຶດຕິກຳລະເມີດກົດໝາຍຂາດຈັນຍາບັນອັນດີງາມກໍຂໍໃຫ້ຊ່ວຍສຶກສາອົບຮົມກ່າວເຕືອນ ແລະ ສະໜອງຂໍ້ມູນໃຫ້ການຈັດຕັ້ງທີ່ກ່ຽວຂ້ອງແກ້ໄຂຢ່າງທັນການ.

ຂອບໃຈ ຂໍ້ມູນ ຈາກ: ຫນັງສືພີມ ເສດຖະກິດ ແລະ ການຄ້າ