ໃນຕອນເຊົ້າວັນຈັນ, ວັນທີ 29 ກໍລະກົດ 2019. ພະແນກ ຊັບພະ ຍາກອນມະຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ສົມທົບກັບ ພະແນກ ສໍາມະໂນ ຂອງ ກົມ ທີ່ດິນ ໄດ້ລົງມາເຮັດວຽກ ຢູ່ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກງື່ມ, ເພື່ອຊຸກຍູ້ຕິຕາມກວດກາ ວຽກງານຊຸກຍູ້ ອອກ ໃບຕາດິນ (ຂື້ນທະບຽນຕາດິນ), ວຽກງານສິ່ງແວດລ້ອມ ພາຍໃນເມືອງ, ວຽກ ງານການ ສະແກນ ສໍານວນເອກະສານ ຕອນດິນ ແລະ ວຽກງານການຂື້ນທະບຽນດ້ວຍລະບົບ ໄອທີ ໂດຍການນໍາ ໂປແກມ ລາວແລນເລັກ ເວີຊັນ 6.3.4).

       ໂດຍແມ່ນ ທ່ານ ຄໍາຕັນ ແກ້ວຫາວົງ ຮອງຫົວໜ້າ ພະແນກ ຊັບພະຍາກອນມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ແລະ ທ່ານ ບົວວັນ ຄໍ້າພິລາວົງ ຮອງຫົວໜ້າ ພະແນກ ສໍາມະໂນ ກົມທີ່ດິນ ພ້ອມດ້ວຍທີມງານວິຊາການຈາກ ພະແນກ ແລະ ກົມທີ່ດິນ ເຂົ້າຮ່ວມ.

       ໃຫ້ກຽດຕ້ອນຮັບ ແລະ ປະຊຸມຮ່ວມກັນໂດຍແມ່ນ: ທ່ານ ບຸດຕີ ສີປະມວນ ຫົວໜ້າ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງປາກງື່ມ ພ້ອມດ້ວຍ ຮອງຫົວໜ້າ ຫ້ອງ ການ ແລະ ພະນັກງານພາຍໃນເມືອງທັງໝົດເຂົ້າຮ່ວມ.

      ໃນທີ່ປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວກັບວຽກຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຈາກ ທ່ານ ບຸດຕີ ສີປະ ມວນ ຫົວໜ້າ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ປາກງື່ມ ໃຫ້ເຫັນໄດ້ຈຸດດີ, ຈຸດອ່ອນຂໍ້ຄົງຄ້າງໃນການປະຕິບັດວຽກຕົວຈິງຜ່ານມາ.

         ສຸດທ້າຍ ທ່ານ ຄໍາຕັນ ແກ້ວຫາວົງ ຮອງຫົວໜ້າ ພະແນກ ຊັບພະຍາກອນມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ກໍ່ໄດ້ໃຫ້ທິດຊີ້ນໍາໃນການປະຕິບັດວຽກໃນຕໍ່ໜ້າ.         ກອງປະຊຸມ ໄດ້ດໍາເນີນມາຮອດເວລາ 12:00 ໂມງ ຂອງວັນດຽວກັນຈື່ງໄດ້ປິດລົງ, ສ່ວນ ໃນການ ຊີ້ນໍາເຮັດວຽກຕົວຈິງແມ່ນທາງ ວິຊາການ ຈາກ ພະແນກ ແລະ ກົມ ທີ່ດິນ ຈະໄດ້ ເຮັດຮ່ວມເຮັດ ວຽກຮ່ວມກັນຕື່ມອີກ 5 ວັນ, ເພື່ອໃຫ້ ວິຊາການ ຂອງເມືອງຈະສາມາດເຮັດວຽກຕົວຈິງໄດ້ຕາມເປົ້າໝາຍ ແລະ ຄາດໝາຍຕາມແຜນທີ່ວາງໄວ້.