ໃນຕອນເຊົ້າຂອງວັນທີ 23 ຕຸລາ 2019 ຢູ່ທີ່ ພະແນກຊັບພະຍາກອນທຳມະຊາດແລະສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບຮັບໜ້າວຽກ(ໂຮມວຽກເຂົ້າກັນ) ພາຍໃຕ້ການເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບ ພະຍາ ກອນ ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ມີຄະນະພະແນກ,ຫົວໜ້າຂະແໜງ,ຮອງຂະແໜງ ພ້ອມດ້ວຍພະນັກງານພາຍໃນພະແນກຊັບ ເຂົ້າຮ່ວມ.

     ໃນພິທີ ທ່ານ ນາງ ສຸລິນທອນ ຮອງຫົວໜ້າຈັດຕັ້ງ ແລະພະນັກງານ ພະແນກ ພຊສ.ນວ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ເລກທີ0647/ຈນວ,ລົງວັນທີ 22ສິງຫາ2019.ໃນນັ້ນໄດ້ມີຂະແໜງບໍລິຫານ ແລະການເງິນ ມອບວຽກໃຫ້ຂະແໜງແຜນການ,ສິຖິ ແລະຂໍ້ມູນ-ຂ່າວສານ,ຂະແໜງຈັດຕັ້ງ ແລະ ພະນັກງານ ມອບວຽກໃຫ້ ຂະແໜງກວດກາ,ຂະແໜງຈັດສັນ ແລະພັດທະນາທີ່ດິນ ມອບວຽກໃຫ້ ຂະແໜງທີ່ດິນ,ຂະແໜງສິ່ງແວດລ້ອມ ມອບວຽກໃຫ້ ຂະແໜງຕິດຕາມກວດກາສິ່ງແວດລ້ອມ ແລະຂະແໜງ ອຸຕຸນິຍົມ ແລະ ອຸທົກກະສາດ ມອບວຽກໃຫ້ຂະແໜງຊັບພະຍາກອນນໍ້າ.

        ໃນຕອນທ້າຍພິທີ ກໍ່ໄດ້ຮັບຟັງການໂອ້ລົມຂອງທ່ານ ຫົວໜ້າພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.ກ່ອນອື່ນໝົດທ່ານ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນໃນການໂຮມຂະແໜງເຂົ້າກັນໃນຄັ້ງນີ້  ກໍ່ເພື່ອເຮັດໃຫ້ໜ້າວຽກ ມີຄວາມສອດຄ່ອງ ກັບແຜນການພັດທະນາເສດຖະກິດສັງຄົມ,ທັງເປັນການປັບປຸງຂອດຂອງການບໍລິການໃຫ້ມີຄວາມຖືກຕ້ອງ ແລສອດຄ່ອງກັບໜ້າວຽກຕົວຈິງ.

 

 

 

        ໃນວັນທີ 27 ສິງຫາ 2019 ຢູ່ທີ່ໂຮງແຮມ ລາວລ້ານຊ້າງ ນະຄອນຫຼວງວຽງຈັນ. ກົມນະໂຍບາຍ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສົມທົບ ກັບ ພະ ແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ບໍລິສັດ ລາວພັດທະນາ ໂລຫະ ວັດຖຸດິນ ຈໍາກັດ ຜູ້ດຽວ ໄດ້ຈັດ ກອງປະຊຸມ ປືກສາຫາລື ຂັ້ນແຂວງ/ສູນກາງ ກ່ຽວກັບບົດລາຍງານການປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມແບບລະອຽດສໍາລັບໂຄງການແປຮູບສິ່ງເສດເຫຼືອຈາກອີເລັກໂຕນິກມາເປັນວັດຖຸດິບຄືນໃໝ່.

       ພາຍໃຕ້ການເປັນປະທານຮ່ວມ ລະຫວ່າງ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ  ນະຄອນຫຼວງວຽງຈັນ ແລະ  ກົມນະໂຍບາຍ  ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ.

      ກອງປະຊຸມໄດ້ຮັບຟັງການສະເໜີ: ປະຫວັດຄວາມເປັນມາຂອງໂຄງການ, ຊີ້ແຈງການປັບປຸງບົດລາຍ ງານກອງປະຊຸມໃນຄັ້ງທີ່ຜ່ານມາ, ເຕັກນິກ ແລະ ຂະບວນການຫຼອມ ແລະ ການເຜົາ, ຂະບວນ ການແຍກສີ້ນສ່ວນຄອມພີວ ເຕີ, ການນໍາໃຊ້ວັດຖຸດິບ, ການຄຸ້ມຄອງສິ່ງເສດເຫຼືອ ແລະ ອື່ນໆ, ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນ ຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມລວມທັງງົບປະມານສໍາລັບການຈັດຕັ້ງປະຕິບັດມາດຕະການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ ແລະ ງົບປະມານສໍາລັບການຕິດຕາມກວດກາຂອງພາກລັດ. ຈາກ ບໍລິສັດ ລາວພັດທະ ນາໂລຫະວັດຖຸດິນ ຈໍາກັດ ຜູ້ດຽວ

       ຕໍ່ຈາກນັ້ນກໍ່ໄດ້ໃຫ້ຜູ້ທີ່ເຂົ້າຮ່ວມປະກອບຄໍາເຫັນ ແລະ ບໍລິສັດ ລາວພັດທະນາ ໂລຫະ ວັດຖຸດິນ ຈໍາກັດ ຜູ້ດຽວ ແລະ ບໍລິສັດ ທີ່ປືກສາໄດ້ຊີ້ແຈ້ງຄໍາເຫັນໃນທີ່ປະຊຸມ.

       ໃນທ້າຍນີ້ ທາງຄະນະປະທານກອງປະຊຸມກໍ່ໄດ້ມີຄໍາເຫັນ ແລະ ສະຫຼຸບຜົນກອງປະຊຸມພ້ອມທັງກ່າວ ປິດກອງປະຊຸມເຊິ່ງໄດ້ດໍາເນີນມາເປັນເວລາເຄິ່ງມື້ ແລະ ປິດລົງໃນມື້ດຽວກັນ.