Print

     ໃນຕອນເຊົ້າວັນທີ 18 ພະຈິກ 2019 ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ໄດ້ຈັດ ກອງປະຊຸມ ສະຫຼຸບ ໂຄງ ການ ສ້າງຖານ ຂໍ້ມູນ ສະຖິຕິ ຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເພື່ອເກັບກໍາ ແລະ ປະເມີນຜົນ ພາຍໃຕ້ການເປັນ ປະທານ ຂອງ ທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

    ເຊິ່ງໃນກອງປະຊຸມໄດ້ມີ ຫົວໜ້າ ຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ຂອງ ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ, ມີຫົວໜ້າ ຂະແໜງ 7 ຂະແໜງ, ຮອງຫົວໜ້າ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ 9 ເມືອງ ພ້ອມດ້ວຍ ວິຊາການ ຮັບຜິດຊອບວຽກງານ ຂໍ້ມູນ ສະຖິຕິເຂົ້າຮ່ວມທັງໝົດ: 40 ທ່ານ.