ໃນຕອນເຊົ້າ ວັນພຸດ ວັນທີ 27 ພຶດສະພາ 2020 ເວລາ 8 ໂມງ 00 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ II ຂອງໜ່ວຍພັກ ຂະແໜງຈັດຕັ້ງ ແລະ ພະນັກງານ ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ກຳມະການພັກນະຄອນຫຼວງວຽງຈັນ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ມີສະມາຊິກພັກສົມບູນລົງຮັບສະໝັກເລືອກຕັ້ງ 05 ສະຫາຍ ກອງປະຊຸມໄດ້ປະຊາມະຕິເອົາຄະນະພັກຊຸດໃໝ່ 03 ສະຫາຍຄື:

  1. ສະຫາຍ ບຸນທະວີ ສີທຸມທອງ ຫົວໜ້າຂະແໜງຈັດຕັ້ງ ແລະ ພະນັກງານ ເປັນເລຂາ
  2. ສະຫາຍ ນ. ສຸລິນທອນ ສີວໍລະວົງ ຮອງຂະແໜງຈັດຕັ້ງ ແລະ ພະນັກງານ ເປັນຮອງເລຂາ
  3. ສະຫາຍ ກົງສີ ແກ້ວມຸກດາ ຮອງຂະແໜງຈັດຕັ້ງ ແລະ ພະນັກງານເປັນກຳມະການໜ່ວຍພັກພ້ອມທັງປະທານກວດກາພັກ.