Print

         ໃນຕອນເຊົ້າ ວັນພະຫັດ ເວລາ 8:00-12:00 ວັນທີ 07 ພຶດສະພາ 2020 ທີ່ ພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ່ອງແສງປະຈຳເດືອນ ເມສາ 2020. ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າ ພະແນກຊັບພະຍາ

ກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງເຂົ້າຮ່ວມໂດຍບັນດາຫົວໜ້າ, ຮອງ ຂະ ແໜງອ້ອມຂ້າງ ແລະ ຫົວໜ້າ, ຮອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືຄົ້ນຄ້ວາວຽກງານບຸກຄະລາກອນ, ລາຍງານວຽກພົ້ນເດັ່ນ ໃນ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ທິດທາງແຜນການຕໍ່ໜ້າ ແລະ ກອງປະຊຸມກໍ່ໄດ້ປິດລົງ ໃນເວລາ 12:00 ນາທີ ຂອງວັນດຽວກັນ.