ໃນຕອນເຊົ້າຂອງວັນທີ 21 ຕຸລາ 2020 ທີ່ຫ້ອງການບ້ານ ແກ້ງໝໍ້, ເມືອງ ສັງທອງ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານສຳຫຼວດ-ວັດແທກ ແລະ ຂຶ້ນທະບຽນອອກໃບຕາດິນ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິລິພັນ ເລຂາພັກເມືອງ, ເຈົ້າເມືອງ ເມືອງ ສັງທອງ, ນະຄອນຫຼວງວຽງຈັນ; ທ່ານ ພູນສະຫວັດ ສຸພິດາ, ຮອງຫົວໜ້າກົມທີ່ດິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ບຸນຊົມ ຊົງວິໄລ, ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວີໄຊ ນາຍບ້ານ ບ້ານ ແກ້ງໝໍ້ ແລະ ບັນດາທ່ານຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງພາຍໃນເມືອງ, ຄະນະບ້ານຕ່າງໆອ້ອມຂ້າງ ແລະ ເຈົ້າຂອງສິດນຳໃຊ້ທີ່ດິນ ເຂົ້າຮ່ວມ ລວມທັງໝົດມີ 22 ທ່ານ.

ໃນກອງປະຊຸມດັ່ງກ່າວ ທ່ານ ບົວຈັນ ຂຸນໄຊ, ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງສັງທອງ ໄດ້ສະຫຼຸບຫຍໍ້ວຽກງານສຳຫຼວດ-ວັດແທກ ແລະ ຂຶ້ນທະບຽນອອກໃບຕາດິນຂອງບ້ານແກ້ງໝໍ້ ຕໍ່ກອງປະຊຸມ ຄື: ບ້ານ ແກ້ງໝໍ້ ແມ່ນໜຶ່ງໃນຈໍານວນ 35 ບ້ານ ທີ່ຂຶ້ນກັບເມືອງ ສັງທອງ ມີເນື້ອທີ່ 7,479 ເຮັກຕາ ມີຂອບເຂດຊາຍແດນຕິດກັບບ້ານໃກ້ຄຽງ ຄື: ທິດເໜືອຕິດກັບບ້ານທ່ານາສ້າງຫີນ, ທິດໃຕ້ຕິດກັບບ້ານສໍາພັນນາ, ທິດຕາເວັນອອກຕິດກັບສາຍພູພະນັງ ແລະ ທິດຕາເວັນຕົກຕິດກັບແມ່ນໍ້າຂອງ. ມີພົນລະເມືອງ ທັງໝົດ 1,255 ຄົນ, ຍິງ 636 ຄົນ, ມີ 250 ຄອບຄົວ, ມີ 274 ຫຼັງຄາເຮືອນ ປະກອບມີ 26 ໜ່ວຍ ໃນນັ້ນ ຖືສາສະໜາພຸດ 100%. ອາຊີບສ່ວນໃຫຍ່ ຂອງປະຊາຊົນ ແມ່ນຍຶດຖືອາຊີບປູກຝັງ ແລະ ລ້ຽງສັດ, ຄ້າຂາຍ ເປັນອາຊີບສໍາຮອງ. ເພື່ອໃຫ້ວຽກງານດັ່ງກ່າວ ຖືກຕ້ອງ ແລະ ຊັດເຈນ ດັ່ງນັ້ນ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ໜ່ວຍງານທີ່ດິນ) ໄດ້ສົມທົບກັບອໍານາດການປົກຄອງບ້ານລົງປະຊາສໍາພັນ ໃຫ້ພໍ່ແມ່ປະຊາຊົນ, ເຈົ້າຂອງສິດນໍາໃຊ້ທີ່ດິນ ເພື່ອກະກຽມເອກະສານຂໍ້ມູນທີ່ດິນ ແລະ ເຂົ້າຮ່ວມນໍາພາ ພະນັກງານ ລົງສໍາຫຼວດວັດແທກທີ່ດິນ, ເລີ່ມແຕ່ປີ 2012 ຫາ ປີ 2019 ຊຶ່ງສາມາດວັດແທກທີ່ດິນ ໄດ້ທັງໝົດ 513 ຕອນ ແລະ ສືບຕໍ່ປີ 2020 ການຈັດຕັ້ງປະຕິບັດ ສຳຫລວດວັດແທກ ຂື້ນທະບຽນອອກໃບຕາດິນ ເປັນລະບົບ ສາມາດປະຕິບັດວັດແທກໄດ້ທັງໝົດ: 438 ຕອນ ລວມວັດແທກທັງໝົດ: 951 ຕອນ ໃນນັ້ນດິນປຸກສ້າງ 475 ຕອນ ເປັນດິນລັດ: 7 ຕອນ ດິນກະສິກຳ: 469 ຕອນ ສາມາດສອບສວນສິດໄດ້ທັງໝົດ: 871 ຕອນ, ຄ້າງສອບສວນສິດ: 80 ຕອນ ສາມາດສົ່ງເຂົ້າຜ່ານຄະນະກຳມະການຈັດປະເພດໄດ້: 271 ຕອນ ແລະ ສົ່ງໄປພະເເນກໄດ້: 271 ຕອນ ໄດ້ຮັບໃບຕາດິນມາ: 226 ຕອນ ຍັງຄ້າງຢູ່ພະເເນກລໍຖ້າເຊັ່ນໃບຕາດິນມີ: 45 ຕອນ ຍັງລໍຖ້າສົ່ງຂໍ້ມູນ ເຂົ້າຖານ ແລະ ຈັດປະເພດ: 600 ຕອນ ສາມາດເບິກຈ່າຍໄດ້: 199 ຕອນ ໃບຕາດິນ ຍັງຄ້າງເບິກຈ່າຍມີ: 27 ຕອນ.

ໃນຕອນທ້າຍຂອງພິທີດັ່ງກ່າວກໍ່ໄດ້ມີການມອບໃບຕາດິນໃຫ້ກັບເຈົ້າຂອງດິນ ແລະ ແບ່ງອອກເປັນ 3 ຊຸດຄື ຊຸດທີ 1 ໃຫ້ກຽດມອບຂອງ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງ ເມືອງ ສັງທອງ, ຊຸດທີ 2 ໃຫ້ກຽດມອບຂອງ ທ່ານ ພູນສະຫວັດ ສຸພິດາ, ຮອງຫົວໜ້າກົມທີ່ດິນ ແລະ ຊຸດທີ 3 ໃຫ້ກຽດມອບຂອງ ທ່ານ ບຸນຊົມ ຊົງວິໄລ, ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.