ໃນຕອນເຊົ້າຂອງວັນທີ 18 ພະຈິກ 2020 ທີ່ຫ້ອງປະຊຸມຂອງ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມ ເຜີຍແຜ່ຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບ ການປະເມີນການປະຕິບັດວຽກງານຂອງພະນັກ ງານລັດຖະກອນປະຈໍາປີ 2020 ໃຫ້ແກ່ພະນັກງານພາຍໃນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກໍາມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະ ພັກ ຮາກຖານ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ຫົວໜ້າຂະ ແໜງ, ຮອງຫົວໜ້າຂະແໜງ ພ້ອມດ້ວຍວິຊາການພາຍໃນພະແນກເຂົ້າຮ່ວມທັງໝົດ 50 ທ່ານ, ຍິງ 9 ທ່ານ.

     ກອງປະຊຸມໄດ້ຮັບຟັງການປະເມີນວິທີ/ຂັ້ນຕອນ ແລະ ລະບຽບການປະເມີນການປະຕິບັດວຽກງານຂອງພະນັກງານລັດຖະກອນປະຈໍາປີ 2020 ຈາກນັ້ນທ່ານ ຮອງຫົວໜ້າພະແນກ ຊສ ນວ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມເພື່ອຮັບປະກັນຄວາມເປັນເອກະ ພາບ ແລະ ໂປ່ງໃສ ທີ່ຕ້ອງສອດຄ່ອງກັບສະພາບຕົວຈິງເຮັດໃຫ້ການປະເມີນຜົນ, ການຄຸ້ມຄອງການປະຕິບັດວຽກງານຂອງພະ ນັກງານ ລັດຖະກອນທີ່ສັງກັດຢູ່ພາຍໃນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃຫ້ມີປະສິດທິພາບ ປະສິດທິຜົນ ໂດຍມີວິທີການຕີລາຄາການປະເມີນຜົນໃຫ້ສໍາເລັດ ການຈັດຕັ້ງປະຕິບັດໜ້າທີ່ ການເມືອງວຽກງານໃຫ້ເປັນລະບົບ ແລະ ຖືກຕ້ອງກັບຄວາມເປັນຈິງ. ຫຼັງຈາກນັ້ນ ກອງປະຊຸມ ກໍ່ໄດ້ມີການປະກອບຄຳຄິດເຫັນ ແລະ ແລກປ່ຽນຄວາມຮູ້, ຄວາມເຂົ້າໃຈໃສ່ໃນບົດສະເຫນີກ່ຽວກັບການປະເມີນຜົນຂອງພະນັກງານເພື່ອເຮັດໃຫ້ເນື້ອໃນສົມບູນແລະຄົບຖ້ວນຖືກ ຕ້ອງດີກວ່າເກົ່າ.