ໃນຕອນແລງ ວັນພຸດ ຂອງວັນທີ 17 ກຸມພາ  2021 ເວລາ 15:30 ທີ່ ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີມອບໃບຍ້ອງຍໍຄຸນງາມຄວາມດີໃຫ້ແກ່ ບໍລິສັດເອເຊຍລົງທຶນ ພັດທະນາ

ແລະ ກໍ່ສ້າງຈຳກັດຜູ້ດຽວ ທີ່ໄດ້ມອບ Note book  03 ເຄື່ອງ ເພື່ອເປັນການປະກອບສ່ວນເຂົ້າຮັບໃຊ້ວຽກງານຂອງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມອບໃບຍ້ອງຍໍໂດຍ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າ ພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງ, ຫົວໜ້າຂະແໜງ 8 ຂະແໜງ ທີ່ຂຶ້ນກັບພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນການຮັບເຄື່ອງຄັ້ງນີ້