ໃນຕອນເຊົ້າ, ວັນສຸກ ຂອງວັນທີ 11  ມິຖຸນາ  2021 ເວລາ 08 ໂມງ 00 ທີ່ ພະແນກ ຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຝຶກອົບຮົມການນຳໃຊ້ ແລະ ເຂົ້າຮ່ວມກອງປະຊຸມທາງໄກ (Video Conference).

ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວ ໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 09 ເມືອງ ແລະ ຫົວໜ້າຂະແໜງ 08 ຂະແໜງ ພ້ອມດ້ວຍວິຊາການໄອທີ່ຂອງຕົນຂອງ ຫຊສ ເມືອງ ແລະ 8 ຂະ ແໜງ ທີ່ຂຶ້ນກັບ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ, ເຊິ່ງຜູ້ເຂົ້າຮ່ວມໃນກອງປະຊຸມມີ 45 ທ່ານ ຍິງ 20 ທ່ານ ກອງປະຊຸມ ໄດ້ດຳເນີນເປັນເວລາ 01 ວັນ ແລະ ໄດ້ສິ້ນສຸດລົງ.