ໃນຕອນເຊົ້າ, ວັນພຸດ ຂອງວັນທີ 04 ສິງຫາ 2021 ເວລາ 08 ໂມງ 00 ທີ່ພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ  ໄດ້ຈັດກອງປະຊຸມຕິດຕາມ-ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະ ທິດທາງຈຸດສຸມ 6 ເດືອນທ້າຍປີ 2021.

ຢູ່ບັນດາພະແນກການອອ້ມຂ້າງໃນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ທ່ານ ສົມບັດ ຈັນທະມາດສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ປະທານຄະນະກຳມະການເສດຖະກິດ ແຜນການ ແລະ ການເງິນ ແລະ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ 8 ຂະແໜງການທີ່ຂຶ້ນກັບ ພະແນກ ຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຄະນະກຳມະການເສດ ຖະກິດແຜນການ-ການເງິນ ຂອງສະພາ ນະຄອນຫຼວງວຽງ ຈັນ ເຂົ້າຮ່ວມທັງໝົດ 27 ທ່ານ ຍິງ 7 ທ່ານ.