ໃນຕອນແລງ, ວັນສຸກ ຂອງວັນທີ 06 ສິງຫາ 2021 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ  ໄດ້ຈັດກອງປະຊຸມຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຄະນະຊາວໜຸ່ມ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ.

ໂດຍໃຫ້ກຽດເປັນປະທານຮ່ວມລະຫວ່າງ ສະຫາຍ ຫຸມແພງ ສີສົມບັດ ຮອງເລຂາຄະນະຊາວໜຸ່ມ ນະຄອນຫຼວງວຽງຈັນ ແລະ ສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ເຊິ່ງມີ ເລຂາໜ່ວຍຊາວໜຸ່ມ 8 ຂະແໜງການ ທີ່ຂຶ້ນກັບ ພະແນກຊັບພະ ຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຄະນະຊາວໜຸ່ມນະຄອນຫຼວງ ມີຜູ້ເຂົ້າຮ່ວມທັງໝົດ 11 ສະ ຫາຍ, ຍິງ 2 ສະຫາຍ ພາຍໃນກອງປະຊຸມ ສະຫາຍ ພິມພາ ຄໍາເພັງໄຊ ເລຂາ ຄະນະຊາວໜຸ່ມ ພຊສ.ນວ  ຍັງໄດ້ລາຍງານການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໂດຍສັງເຂບ ຂອງຄະ ນະຊາວໜຸ່ມ ພຊສ.ນວ ປະຈຳປີ 2020.