ໃນຕອນເຊົ້າ, ວັນພະຫັດ ຂອງວັນທີ 12 ສິງຫາ 2021 ເວລາ 08 ໂມງ 00 ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ພ້ອມດ້ວຍຫົວໜ້າກົມທີ່ດິນ ແລະ ຫົວໜ້າ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ໄດ້ສົມທົບໃສ່ຄະນະພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມເຮັດວຽກນໍາ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊທານີ ເຊິ່ງມີ ທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ພະນັກງານຫຼັກແຫຼ່ງ ຂອງ ເມືອງ ໄຊທານີ ຈຳນວນໜຶ່ງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມກັນນັ້ນກໍ່ໄດ້. ລົງຕິດຕາມຊຸກຍູ້ວຽກງານສຳຫຼວດພິສູດຫຼັກຖານອອກໃບຕາດິນເປັນລະບົບຢູ່ໃນ 5 ບ້ານເປົ້າໝາຍໃນຂອບເຂດບໍລິເວນ 24 ບ້ານທີ່ຈະພັດທະ ນາເປັນເມືອງໃໝ່ ( ເມືອງທີ 10) ຂອງນະຄອນຫຼວງວຽງຈັນເຊັ່ນ: ບ້ານ ນາໂງມໃໝ່ ແລະ ບ້ານ ນາຕານ