ໃນຕອນເຊົ້າ, ວັນຈັນ ຂອງວັນທີ 16 ສິງຫາ 2021 ເວລາ 08 ໂມງ 00 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ  ໄດ້ຈັດກອງປະຊຸມເຜີຍແຜ່ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021 ວ່າດ້ວຍການເກັບຄ່າທໍານຽມ ແລະ ຄ່າບໍລິການ, ຄໍາແນະນຳຂອງລັດຖະມົນຕີ ກະຊວງຊັບພະຍາກອນ

ທຳມະຊາດ ແລະ ສິ່ງແວດລ້ອມ ວ່າດ້ວຍການເກັບຄ່າທຳນຽມ ແລະ ຄ່າບໍລິການ ຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະບັບເລກທີ 366/ກຊສ, ລົງວັນທີ 3 ສິງຫາ 2021  ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ທ່ານ ພູນສະຫວັດ ສຸພິດາ ຮອງຫົວໜ້າ ກົມທີ່ດິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີ ຮອງຫົວໜ້າ ພະແນກການເງິນ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກ ສວ່ຍສາອາກອນ ນະຄອນຫຼວງວຽງຈັນ, ຫົວໜ້າ ຫ້ອງການຊັບພະຍາກອນທຳມະ ຊາດ ແລະ ສິ່ແວດລ້ອມ, ຫົວໜ້າຫ້ອງການ ສວ່ຍສາອາກອນ ປະຈຳ 9 ເມືອງ ແລະ ບັນດາ ຫົວໜ້າຂະແໜງ  ທີ່ຂຶ້ນກັບພະ ແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດມີ 44 ທ່ານ, ຍິງ 7 ທ່ານ.