ໃນຕອນແລງ, ວັນພຸດ ຂອງວັນທີ 25 ສິງຫາ 2021 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີຮັບເອົາສະມາຊິກພັກສົມບູນ 01 ສະຫາຍ ທີ່ເປັນພະນັກງານສັງກັດຢູ່ ຂະ ແໜງ ຈັດຕັ້ງ ແລະ ພະນັກງານ ໂດຍໃຫ້ກຽດເປັນ ປະທານ ຂອງສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງ

ຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມີຄະນະໜ່ວຍພັກ 8 ຂະແໜງ ທີ່ຂຶ້ນກັບ ຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະ ຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 22 ສະຫາຍ ແລະ ຍິງ 09 ສະຫາຍ.