ໃນຕອນແລງ, ວັນພະຫັດ ຂອງວັນທີ 26 ສິງຫາ 2021 ເວລາ 13 ໂມງ 30 ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ,  ເຂົ້າຮ່ວມໂດຍ ຄະນະຈັດຕັ້ງ

ນະຄອນຫຼວງວຽງຈັນ ແລະ ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມ ເຊິ່ງມີ ຄະນະພະແນກ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຄະນະຂະແໜງ 8 ຂະ ແໜງ ທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 170 ສະຫາຍ ແລະ ຍິງ 64 ສະຫາຍ.