ໃນຕອນເຊົ້າ, ວັນຈັນ ຂອງວັນທີ 22 ພະຈິກ 2021 ເວລາ 08 ໂມງ 00 ນາທີ ໜ່ວຍພັກຂະແໜງຈັດຕັ້ງ ແລະ ພະນັກ ງານ, ໜ່ວຍພັກຂະແໜງ ຊັບພະຍາກອນນໍ້າ, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດບັ້ນດຳເນີນຮ່ວມຊີວິດໜ່ວຍພັກ ປະຈຳເດືອນ 11 ປີ 2021 ໂດຍເປັນປະທານຂອງ ສະຫາຍ ບຸນທະວີ ສີທຸມທອງ ເລຂາໜ່ວຍພັກຂະແໜງຈັດຕັ້ງ ແລະ ພະນັກງານ. ພິເສດໃນການຮ່ວມຊີວິດໃນຄັ້ງນີ້ມີ ສະຫາຍ ອານຸພາບ ຕຸນາລົມ.

ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ ໃຫ້ກຽດລົງຕິດຕາມຊຸກຍູ້ ແລະ ໂອ້ລົມໃນການດຳເນີນຮ່ວມຊີວິດພັກໃຫ້ໄປຕາມກົດລະບຽບພັກໃນແຕ່ລະໄລຍະເຊິ່ງມີ ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ, ຄະນະພັກຮາກ ຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ສະມາຊິກຂອງຂະແໜງດັ່ງກ່າວເຂົ້າທັງໝົດ 26 ສະຫາຍ  ຍິງ 10 ສະຫາຍ.