ໃນຕອນເຊົ້າ, ວັນພະຫັດ ຂອງວັນທີ 09 ທັນວາ 2021 ເວລາ 08 ໂມງ 00 ນາທີ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ໄດ້ຈັດພິທີປະຖະກະຖາ ເຜີຍແຜ່ເອກະສານ ວັນຊາດທີ 02 ທັນວາ ແລະ ວັນຄ້າຍ ວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ101 ປີ, ຕິດພັນກັບຜົນສຳເລັດການ ສ້າງເສັ້ນທາງລົດໄຟ ລາວ-ຈີນ, ເຊື່ອມຊຶມເອກະສານໜ່ວຍພັກປອດໃສ ເຂັ້ມແຂງໝັກແໜ້ນ, ປະເມີນລັດຖະກອນ ແລະ ວຽກງານຮັກຊາດ ແລະ ພັດທະນາ ປະຈຳປີ 2021 ພ້ອມກັນນັ້ນຍັງໄດ້ ປະກາດ ປະທານສະຫະພັນກຳ ມະບານ ຂອງ ພຊສ ນວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ ແລະ ຫົວໜ້າຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດມີ 42 ທ່ານ ຍິງ 14 ທ່ານ.