ໃນຕອນເຊົ້າ, ວັນພຸດ ຂອງວັນທີ 15 ທັນວາ 2021 ເວລາ 08 ໂມງ 00 ນາທີ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ໄດ້ເປີດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມຄົບຄະນະ ບໍລິຫານງານສູນກາງພັກ ຄັ້ງທີ3 ສະໄໝທີ XI, ເອກະສານແຜນດໍາເນີນງານ 5 ປີຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ, ທີ່ຕິດພັນກັບການຜັນຂະ ຫຍາຍມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງສູນກາງພັກ, ມະຕິກອງປະຊຸມ ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ II ຂອງຄະນະພັກຮາກຖານ ພຊສ.ນວ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກ ຮາກຖານ, ຫົວ ໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ ແລະ ຫົວໜ້າຂະ ແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດມີ 44 ທ່ານ ຍິງ 14 ທ່ານ