ໃນຕອນເຊົ້າ, ວັນພະຫັດ ຂອງວັນທີ 30 ທັນວາ 2021 ເວລາ 09 ໂມງ 30 ນາທີ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີປະກາດ ພະນັກງານການນຳ ເຂົ້າຮັບອຸດໜູນບຳນານ ໂດຍໃຫ້ກຽດເປັນ

ປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີຄະນະພະແນກ ແລະ ຫົວໜ້າຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຫົວໜ້າຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ ເຂົ້າຮ່ວມທັງໝົດມີ 40 ທ່ານ ຍິງ 12 ທ່ານ.