ໃນຕອນເຊົ້າ, ຂອງວັນສຸກ ວັນທີ 31 ທັນວາ 2021 ເວລາ 08 ໂມງ 00 ນາທີ ທີ່ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີມອບ-ຮັບວຽກການຂຶ້ນທະບຽນອອກໃບຕາດິນ ລະຫວ່າງ ພະແນກຊັບພະ ຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເມືອງໄຊທານີ, ເມືອງປາກງື່ມ, ເມືອງສັງທອງ ໂດຍມີທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ແລະ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງມີຄະນະພະແນກ, ຄະນະຈັດຕັ້ງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເຈົ້າເມືອງໄຊທານີ, ເມືອງປາກງື່ມ, ເມືອງສັງທອງ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ ແລະ ຫົວໜ້າຂະແໜງ 8 ຂະແໜງທີ່ຂຶ້ນກັບ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດມີ 32 ທ່ານ ຍິງ 07 ທ່ານ

       ໃນພິທີດັ່ງກ່າວ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດວຽກງານການຂຶ້ນທະ ບຽນອອກໃບຕາດິນ ແລະ ການມອບວຽກຂຶ້ນທະບຽນທີ່ດິນໃຫ້ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງໃນຄັ້ງນີ້ແມ່ນເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ຕາມທິດ 3 ສ້າງ ແລະ ເປັນການຜັນຂະຫຍາຍກົດໝາຍວ່າດ້ວຍ ທີ່ດິນ ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019