ໃນຕອນແລງ, ຂອງວັນພຸດ ວັນທີ  11 ມັງກອນ 2022 ເວລາ 13:30 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີຮັບເອົາສະມາຊິກພັກສຳຮອງ ເລື່ອນເປັນສະມາຊິກພັກສົມບູນ 08 ສະຫາຍ ທີ່ເປັນພະນັກງານສັງກັດຢູ່ ຂະແໜງ ທີ່ດິນ. ໂດຍໃຫ້ກຽດເປັນປະທານຂອງ ສະຫາຍ ບຸນຊົມ ຊົງວິໄລ.

ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມີຄະນະໜ່ວຍພັກ 8 ຂະແໜງ ທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ສະມາຊິກພັກພາຍໃນຂະແໜງເຂົ້າຮ່ວມທັງໝົດ 32 ສະຫາຍ ແລະ ຍິງ 13 ສະຫາຍ.