ໃນຕອນເຊົ້າ ຂອງອັງຄານ  ວັນທີ 18 ມັງກອນ  2022 ເວລາ 08 ໂມງ 00 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດໂຄງການ

ຕິດຕາມກວດກາຄຸນນະພາບນໍ້າ ປະຈຳປີ 2021 ພາຍໃຕ້ການເປັນປະທານຂອງ ທ່ານ  ບຸນຊົມ ຊົງວິໄລ  ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ເຊິ່ງມີຜູ້ຕາງໜ້າ ກົມຊັບພະຍາກອນນໍ້າ ກຊສ, ສະຖາບັນຄົ້ນຄ້ວາ ແລະ ສະຖິຕິຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ 9 ເມືອງ, ນາຍບ້ານ ໝາກຮຽວ ເມືອງ ປາກງື່ມ, ນາຍບ້ານ ນາໄຮ ເມືອງ ຫາດຊາຍຟອງ, ນາຍບ້ານຝາຍ ເມືອງໄຊເສດຖາ, ນາຍບ້ານວຽງຈະເລີນ ເມືອງໄຊເສດຖາ, ນາຍບ້ານຊຳເຄ້ ເມືອງໄຊເສດຖາ, ນາຍບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ, ນາຍບ້ານດົງປ່າແລບ ເມືອງຈັນທະບູລີ ເຂົ້າຮ່ວມທັງໝົດມີ 28 ທ່ານ ຍິງ 08 ທ່ານ.

    ເຊິ່ງໃນໄລຍະຜ່ານມາ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ແມ່ນໄດ້ຮັບງົບປະ ມານຈາກກອງທຶນພິເສດ, ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຂອງ ສປ ຈີນ, ໂດຍຜ່ານໂຄງການຕິດຕາມກວດກາຄຸນນະ ພາບນໍ້າທົ່ວປະເທດ (ກົມຊັບພະຍາກອນນໍ້າ​) ເພື່ອເກັບຕົວຢ່າງຄຸນນະພາບນໍ້າໃນປີ 2020-2021 ຕາມພາລະບົດບາດ ແລະ ໜ້າທີ່, ທີ່ກຳນົດຕາມລະບຽບການ ແລະ ບົດແນະນຳອື່ນໆ ໃນການຄຸ້ມຄອງຊັບພະຍາກອນນໍ້າ, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງ, ຫ້ອງການຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ  ແລະ ອຳນາດການປົກຄອງບ້ານ ເພື່ອຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ມີຖານຂໍ້ມູນຄຸນນະພາບນໍ້າເພື່ອສະໝອງໃຫ້ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ໃນການວາງແຜນຄຸ້ມຄອງຕາມກົດ ໝາຍ ແລະ ນິຕິກຳລຸ່ມກົດໝາຍທີ່ກຳນົດໄວ້.