ໃນຕອນເຊົ້າຂອງວັນທີ 26 ມັງກອນ 2022 ເລວາ 9:00 ໂມງ ຢູ່ທີ່ ຫ້ອງການ ບ້ານນາຄວາຍ, ເມືອງໄຊທານີ, ນະຄອນຫລວງວຽງຈັນ. ໄດ້ຈັດພິທີມອບ ໃບຕາດິນ ໃຫ້ເຈົ້າຂອງສິດນຳໃຊ້ທີ່ດິນໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ຄຳປະດິດ ເຂັມມະນິດ, ກຳມະການພັກນະຄອນຫຼວງ, ເລຂາພັກເມືອງ, ເຈົ້າເມືອງໄຊທານີ,  ທ່ານ ບຸນຊົມ ຊົງວິໄລ, ກຳມະການພັກນະຄອນຫຼວງ. ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ທ່ານ ພູນສະຫວັດ ສຸພິດາ, ຮອງຫົວໜ້າກົມທີ່ດິນ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ມີຫົວໜ້າຫ້ອງການຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ພ້ອມນາຍ ບ້ານນາຄວາຍ, ບ້ານໂພນແພງ, ບ້ານຫົວຂົວ, ບ້ານຫົວນາ, ບ້ານນາຄັນທຸງ, ບ້ານນາໂງມໃຫມ່, ບ້ານນາໂງມເກົ່າ ແລະ ບ້ານນາຕານ ພ້ອມດ້ວຍ ປະຊາຊົນບ້ານເຂົ້າຮ່ວມ.

         ໃນພິທີດັ່ງກ່າວ ທ່ານ ເພັດສະຫວັນ ປະຖຳມະວົງ,  ຫົວໜ້າຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊທານີ ໄດ້ຂຶ້ນລາຍງານບົດສະຫຼຸບຫຍໍ້ວຽກງານການຂຶ້ນທະບຽນອອກໃບຕາດິນເປັນລະບົບ ຂອງກຸ່ມບ້ານຊ້າງ ຄື: ກຸ່ມບ້ານຊ້າງ ເປັນກຸ່ມໜຶ່ງທີ່ຂື້ນກັບ ເມືອງໄຊທານີ, ນະຄອນຫຼວງວຽງຈັນ. ຕັ້ງຢູ່ລຽບຕີນພູເຂົາຄວາຍ, ມີຈຳນວນ 8 ບ້ານຄື: ບ້ານນາຄາຍ, ບ້ານໂພນແພງ, ບ້ານຫົວຂົວ, ບ້ານຫົວນາ, ບ້ານນາຄັນທຸງ, ບ້ານນາໂງມໃຫມ່, ບ້ານນາໂງມເກົ່າ ແລະ ບ້ານນາຕານ, ປະຊາຊົນແຕ່ລະບ້ານພາຍໃນກຸ່ມສ່ວນຫຼາຍມີອາຊີບທຳການຜະລິດປູກຝັງ ແລະ ລ້ຽງສັດ. ກຸ່ມບ້ານຊ້າງ ມີ 8 ບ້ານ, ມີຈຳນວນຕອນດິນທັງໝົດ 6.856 ຕອນ, ດິນປຸກສ້າງມີ 1.929 ຕອນ ແລະ ດິນກະສິກຳມີ 4.927 ຕອນ ໃນນັ້ນສຳຫຼວດວັດແທກໄດ້ທັງໝົດ 250 ຕອນ, ສອບຖາມສິດໄດ້ທັງໝົດ 250 ຕອນ, ຜ່ານຄະນະກຳມະການ (ຈັດປະເພດ) 250 ຕອນ ແລະ ໃບຕາດິນອອກທັງໝົດ 240 ຕອນ.

          ໃນຕອນທ້າຍຂອງພິທີດັ່ງກ່າວກໍ່ໄດ້ມີການມອບໃບຕາດິນໃຫ້ກັບເຈົ້າຂອງດິນ ແລະ ແບ່ງອອກເປັນ 3 ຊຸດຄື ຊຸດທີ 1 ໃຫ້ກຽດມອບຂອງ ທ່ານ ຄຳປະດິດ ເຂັມມະນິດ, ຊຸດທີ 2 ໃຫ້ກຽດມອບຂອງ ທ່ານ ບຸນຊົມ ຊົງວິໄລ, ຊຸດທີ 3 ໃຫ້ກຽດມອບຂອງ ທ່ານ ພູນສະຫວັດ ສຸພິດາ ແລະ ຊຸດທີ 4 ໃຫ້ກຽດມອບຂອງ ທ່ານ ເພັດສະຫວັນ ປະຖຳມະວົງ.