ໃນຕອນບ່າຍ ຂອງວັນຄານ ວັນທີ 8 ກຸມພາ 2022 ເວລາ 13:30 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 03 ຂອງພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ຕ້ອນຮັບສະມາຊິກສະພາແຫ່ງຊາດຊຸດທີ IX ປະຈໍາ ເຂດເລືອກ

ຕັ້ງທີ I ນະຄອນຫຼວງວຽງຈັນ. ນໍາໂດຍ ທ່ານ ທະນົງສິນ ເມືອງຈັນ ແລະ ທ່ານ ນາງ ຄໍາແຫວນ ສິງບັນດິດ ໃຫ້ກຽດຕ້ອນຮັບຄະນະຜູ້ແທນໃນຄັ້ງນີ້ນໍາໂດຍ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກນະຄອນຫຼວງ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ມີຫົວໜ້າຂະແໜງ, ຮອງຂະແໜງອ້ອມຂ້າງພະແນກເຂົ້າຮ່ວມທັງໝົດ 28 ທ່ານ ຍິງ 12 ທ່ານ.