ໃນຕອນແລງ, ຂອງວັນສຸກ ວັນທີ  25 ກຸມພາ 2022 ເວລາ 13:30 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳ

ຮອງ 01 ສະຫາຍ ທີ່ເປັນພະນັກງານສັງກັດຢູ່ຂະແໜງ ຈັດຕັ້ງ ແລະ ພະນັກງານ ໂດຍໃຫ້ກຽດເປັນປະທານ ຂອງສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ເຊິ່ງມີຄະນະໜ່ວຍພັກ 8 ຂະແໜງທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ສະມາຊິກພັກພາຍໃນຂະແໜງ ເຂົ້າຮ່ວມທັງໝົດ 24 ສະຫາຍ ແລະ ຍິງ  11 ສະຫາຍ.