ໃນຕອນແລງ, ຂອງວັນຈັນ ວັນທີ  07 ມີນາ 2022 ເວລາ 13:30 ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ກອງປະຊຸມເຜີຍແຜ່ຫວນຄືນປະຫວັດສາດຄວາມເປັນມາຂອງວັນແມ່ຍິງ

ສາກົນຄົບຮອບ 112 ປີ ພ້ອມທັງສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ທິດທາງແຜນການ ປີ 2022 ຂອງສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງສະຫາຍ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າພະ ແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ຫຼຽນຄຳ ກຳມະການພັກ, ປະ ທານຄະນະບໍລິຫານງານ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ເຊິ່ງມີສະມາຊິກເຂົ້າຮ່ວມ 73 ທ່ານ ຍິງ 65 ທ່ານ.