ໃນຕອນບ່າຍ ຂອງວັນພຸດ ວັນທີ  09 ມີນາ 2022 ເວລາ 15:30 ທີ່ ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບເຄື່ອງວັດແທກຄຸນນະພາບອາກາດ ເພື່ອເປັນການປະກອບສ່ວນຮັບໃຊ້ວຽກງານຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະວຽກງານ ສິ່ງແວດລ້ອມໂດຍມີຜູ້ຕາງໜ້າບໍລິສັດຮ່ວມມືລາວ-ຈີນ ເຂດ

ພັດທະນາກວມລວມ ໄຊເສດຖາ ເປັນຜູ້ມອບ ແລະ  ຂຶ້ນຮັບໂດຍ ທ່ານ ຄຳຕັນ ແກ້ວຫາວົງ ຮອງຫົວໜ້າ ພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງ ແລະ ມີ ຫົວໜ້າຂະແໜງ 8 ຂະແໜງ ທີ່ຂຶ້ນກັບພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນການຮັບເຄື່ອງຄັ້ງນີ້