Print
 
        ໃນຕອນບ່າຍ ຂອງວັນຈັນ ວັນທີ 09 ພຶດສະພາ 2022 ເວລາ 15:30 ທີ່ ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບ ໜ້າທີ່ລະຫວ່າງຫົວໜ້າ ຂະແໜງຜູ້ເກົ່າ-ຜູ້ໃໝ່ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ, ມີຮອງຫົວໜ້າພະແນກ, ຫົວໜ້າຄະນະຂະແໜງ, ພາຍໃນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງ ຈັນ ເຂົ້າຮ່ວມ.
- ໃນພິທີຂະແໜງຈັດຕັ້ງ-ພະນັກງານ. ໄດ້ຂຶ້ນກ່າວຈຸດປະສົງ ຫຼັງຈາກນັ້ນ ບັນດາຫົວໜ້າຂະແໜງທີ່ຖືກຍົກຍ້າຍ.ໄປຮັບໜ້າທີ່ໃໝ່ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະທີ່ຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ. ພາຍຫຼັງໄດ້ຜ່ານບົດສະຫຼຸບແລ້ວ ກໍ່ໄດ້ມີພິທີມອບ-ຮັບ ໜ້າທີ່ຫົວໜ້າຂະແໜງໃຫ້ແກ່ຜູ້ໃໝ່ທີ່ຖືກແຕ່ງຕັ້ງປະກອບມີ:
1. ທ່ານ ສີວິໄຊ ສາລີວັນ ຮັກສາການຫົວໜ້າຂະແໜງທີ່ດິນຜູ້ເກົ່າ ໄດ້ຂຶ້ນເຊັນບົດບັນທຶກມອບໜ້າທີ່ໃຫ້ແກ່ ທ່ານ ມິ່ງ ສີວົງໄຊ ຫົວໜ້າຂະ ແໜງທີ່ດິນຜູ້ໃໝ່.
2. ທ່ານ ສຸພິນ ໂສມາຍາ ຫົວໜ້າບໍລິຫານ-ການເງິນ ຜູ້ເກົ່າ ໄດ້ຂຶ້ນເຊັນບົດບັນທຶກມອບໜ້າທີ່ໃຫ້ແກ່ ທ່ານ ພິມພາ ຄຳເພັງໄຊ ຫົວໜ້າບໍລິການ, ແຜນການ-ການເງິນ ຜູ້ໃໝ່
3. ທ່ານ ນາງ ລົດຈະນາ ພວງມະນີວົງ ຫົວໜ້າ ຂະແໜງສິ່ງແວດລ້ອມຜູ້ເກົ່າ ໄດ້ຂຶ້ນເຊັນບົດບັນທຶກມອບໜ້າທີ່ໃຫ້ແກ່ ທ່ານ ຜາວັນ ສີຫາວົງ ຫົວໜ້າຂະແໜງ ຊັບພະຍາກອນນໍ້າ
4. ທ່ານ ບຸນນຳ ອິນທະວົງ ຫົວໜ້າຂະແໜງ ກວດກາ ຜູ້ເກົ່າ ໄດ້ຂຶ້ນເຊັນບົດບັນທຶກມອບໜ້າທີ່ໃຫ້ແກ່ ທ່ານ ບຸນທະວີ ສີທຸມທອງ.
5. ທ່ານ ບຸນນໍາ ອິນທະວົງ ຫົວໜ້າຂະແໜງ ກວດກາ ຜູ້ເກົ່າ ໄດ້ຂຶ້ນເຊັນບົດບັນທຶກມອບໜ້າທີ່ໃຫ້ແກ່ ທ່ານ ບົວວັນ ແກ້ວວິຈິດ ຫົວໜ້າຂະແໜງ ກວດກາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
- ພາຍຫຼັງສຳເລັດພິທີເຊັນ ມອບ-ຮັບ ໜ້າທີ່ແລ້ວ. ໃນພິທີຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ. ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຜູ້ທີ່ຖືກຍົກຍ້າຍ ໃນຄັ້ງນີ້ໂດຍໄດ້ເໜັ້ນໜັກບັນດາສະຫາຍຕ້ອງມີແນວຄິດ ອຸ່ນອ່ຽງ, ທຸ່ນທ່ຽງ. ມີຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍຂອງຂັ້ນເທິງ ແລະ ມີຄວາມຮັບຜິດຊອບສູງ. ສືບຕໍ່ຊີ້ນຳ - ນໍາພາ ບັນດາຂະແໜງທີ່ຕົນຮັບຜິດຊອບໃຫ້ມີບາດກ້າວອັນໃໝ່ ແລະ ຍິ່ງໃຫ່ຍກວ່າເກົ່າ. ຜູ້ທີ່ຖືກຍົກຍ້າຍໄປຮັບໜ້າທີ່ໃໝ່. ກໍ່ຕ້ອງສືບຕໍ່ຊີ້ນຳ-ນຳພາ ທາງດ້ານໜ້າທີ່ວຽກງານ ວິຊາສະເພາະ ຂອງຕົນຕາມການມອບໝາຍ ຂອງພັກ-ລັດ.