Print

 

       ໃນຕອນເຊົ້າ ວັນພຸດ ວັນທີ 11 ພຶດສະພາ  2022  ເວລາ 08:00 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສະຫຼຸບປະເມີນການຂຶ້ນທະບຽນອອກໃບຕາດິນ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 05 ເມືອງນອກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ  ບຸນຊົມ ຊົງວິໄລ  ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ຮອງຫົວໜ້າພະແນກ, ຮອງເຈົ້າເມືອງ 5 ເມືອງ, ຫົວໜ້າ ຫ້ອງການຊັບ 5 ເມືອງ, ຫົວໜ້າຂະແໜງ 5 ຂະແໜງ.

          ເພື່ອປະຕິບັດຕາມທິດຊີ້ນຳຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍ່ຄືຍຸດທະສາດ ຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນັບແຕ່ປີ 2021-2025 ( ແຜນການ 05 ປີ ) ໄດ້ຖືກຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ໂດຍໃຫ້ສອດຄ່ອງກັບກົດໝາຍ ວ່າດ້ວຍທີ່ດິນ ສະບັບປັບປຸງ ເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019  ເພື່ອເຮັດໃຫ້ການຂຶ້ນທະບຽນອອກໃບຕາດິນຂອງແຕ່ລະເມືອງ ໃຫ້ບັນລຸຕົວເລກ 35,000 ຕອນ ແຕ່ປີ 2021 – 2025,  ສະເພາະ ສົກປີ 2022 ແຜນຕົວເລກຂອງ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ມອບໃຫ້ ພຊສ.ນວ ຈຳນວນ 29.000 ຕອນ ແລະ ຕົວເລກທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນມອບໃຫ້ ພຊສ.ນວ ສົກປີ 2022 ແມ່ນ 11.000 ຕອນ, ເພື່ອໃຫ້ແຜນບັນລຸເປົ້າໝາຍທີ່ຂັ້ນເທິງມອບໃຫ້ ພຊສ.ນວ ໄດ້ຈັດແບ່ງຕົວເລກໃຫ້ແຕ່ລະເມືອງມີດັ່ງນີ້:

 ໃນທ້າຍກອງປະຊຸມບັນດາ ຮອງເຈົ້າເມືອງ , ຫົວໜ້າຫ້ອງການຊັບແຕ່ລະເມືອງ ໄດ້ຂຶ້ນປະກອບຄໍາຄິດເຫັນ ແລະ ວິທີການຈັດຕັ້ງປະຕິບັດການຂຶ້ນທະບຽນອອກໃບຕາດິນໃໝ່, ພ້ອມທັງໄດ້ສະເໝີຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ບັນດາເມືອງບໍ່ສາມາດຈັດຕັ້ງປະຕິບັດການຂຶ້ນທະບຽນອອກໃບຕາດິນບໍ່ໄດ້ຕາມເປົ້າໝາຍທີ່ຂັ້ນເທິງມອບໝາຍໃຫ້ເປັນຕົ້ນການສະໝອງບັນດາ ອຸປະກອນໃນການຂຶ້ນທະບຽນອອກໃບຕາດິນ ຍັງບໍ່ທັນພຽງພໍກັບຄວາມຮຽກຮ້ອງຕ້ອງການ, ການປະກອບບຸກຄະລາກອນ ເຂົ້າໃສ່ໃນໜ້າວຽກ, ພາຫະນະການຮັບໃຊ້ ແລະ ການຮ່ວມມືຂອງພໍ່ແມ່ປະຊາຊົນກໍ່ຍັງບໍ່ທັນຕື່ນຕົນເທົ່າທີ່ຄວນ.