ໃນຕອນເຊົ້າ ວັນພຸດ  ວັນທີ 18 ພຶດສະພາ  2022  ເວລາ 09:00 ຄະນະຊາວໜຸ່ມພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າຢ້ຽມຢາມ ແລະ ທັດສະນະສຶກສາວັງມູນເຊື້ອຊາວໜຸ່ມ ປະຊາຊົນປະຕິວັດລາວ ຢູ່ບ້ານດົງໝາກຄາຍ ເມືອງ ໄຊທານີ ນະຄອນຫຼວງ

ວຽງຈັນ ເພື່ອຄຳນັບຮັບຕ້ອນວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ( 14/4/1955-14/4/2022) ຄົບຮອບ 67 ປີການໄປທັດສະນະສຶກສາໃນຄັ້ງນີ້ ບັນດາຊາວໜຸ່ມທີ່ໄດ້ເຂົ້າຮ່ວມໄດ້ພາກັນທ່ຽວຊົມຫໍມູນເຊື້ອ ປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວແຕ່ລະໄລຍະຂອງການນຳຊາວໜຸ່ມ ປະຊາຊົນປະຕິວັດລາວ ພ້ອມດຽວກັນນີ້ກໍ່ຍັງໄດ້ຮັບຟັງການເລົ່າຄືນມູນເຊື້ອປະຫວັດຄວາມເປັນມາ, ວັນສ້າງຕັ້ງຊາວໜຸ່ມ ແລະ ຄວາມໝາຍຄວາມສຳຄັນຂອງຊາວໜຸ່ມປະຊາຊົນປະຕິວັດລາວໃນສະໄໝຕໍ່ສູ້ປົດປ່ອຍປະເທດຊາດ. , ຊຶ່ງຊາວໜຸ່ມກໍ່ແມ່ນກຳລັງໜຶ່ງທີ່ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ສູ້ຄຽງບ່າຄຽງໄລ່ກັບກຳລັງປະກອບອາວຸດ ເພື່ອປົດປ່ອຍປະເທດຊາດ ຊຶ່ງ ທ່ານ ປະທານ ໄກສອນ ພົມວິຫານ ເຄີຍເວົ້າວ່າ ຊາວໜຸ່ມປຽບເໝືອນນົກອິນຊີ ທີ່ບໍ່ເກງກົວຕໍ່ພາຍຸລົມແດງ ຍາມໃດຊາວໜຸ່ມກໍ່ເປັນກອງນຳໜ້າ ຕະລຸມບອນຕີສັດຕູຢ່າງພິລະອາດຫານຈົນນຳໄຊຊະນະສູ່ການປົດປ່ອຍປະເທດຊາດ ຈົນເຖິງທຸກວັນນີ້.