ໃນຕອນເຊົ້າ ວັນພະຫັດ  ວັນທີ  19  ພຶດສະພາ  2022  ເວລາ 08:00 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 2 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບ ຂັ້ນຕອນການດຳເນີນງານການເຄື່ອນໄຫວ, ການປ່ຽນແປງສິດນຳໃຊ້ທີ່ດິນ, ການນຳໃຊ້ໂປຮແກຮມລາວແລນເລັກ, ການເກັບມ້ຽນສໍານວນເອກະສານທີ່ດິນຢູ່ໃນສາງ, ການສະແກນ

ແຜນທີ່ຕອນດິນ ຈາກລະບົບເຈ້ຍເຂົ້າຖານຂໍ້ມູນ ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ເມືອງ ໄຊທານີ ໂດຍໃຫ້ກຽດເປັນປະທານ ຂອງທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຊິ່ງມີ ຕາງໜ້າຈາກກົມທີ່ດິນ, ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ເມືອງ ໄຊທານີ ແລະ ວິຊາການຈາກບໍລິສັດມະຫານະຄອນໄອທີ ເຂົ້າຮ່ວມທັງໝົດມີ 17 ທ່ານ ຍິງ 02 ທ່ານ.

     ຈຸດປະສົງຂອງການລົງມາສຶກສາໃນຄັ້ງນີ້ ເພື່ອສ້າງຄວາມສາມາດທາງດ້ານການສຶກສາ, ເຕັກໂນໂລຊີ, ວິທະຍາສາດ ໃນດ້ານການສົ່ງເສີມການພັດທະນາຄຸ້ມຄອງລະບົບຖານຂໍ້ມູນທີ່ດິນແບບລວມສູນທີ່ສາມາດເຊື່ອມຕໍ່ ແລະ ນຳໃຊ້ຮ່ວມກັບລະບົບ Lao Land  Reg ໃນ 18 ແຂວງ ໃຫ້ມີປະສິດທິພາບໃນອານາຄົດ, ເພື່ອສ້າງລະບົບໃຫ້ມີການນຳໃຊ້ທີ່ງ່າຍດາຍ, ປອດໄພ, ທົ່ວເຖິງ ແລະ ມີຫຼາຍຟັງຊັນ ເຊັ່ນ: ສາມາດເຊື່ອມຕໍ່ລະບົບຂໍ້ມູນລະຫ່ວາງແຂວງ ກັບສູນກາງ ແບບ Real Time, ການແຕ້ມຄືນໃບຕາດິນ, ການສະແກນສໍານວນເຂົ້າລະບົບຖານຂໍ້ມູນ ແລະ ສ້າງຄວາມເຂັ້ມແຂງໃຫ້ວິຊາການໃນການຂຽນໂປຮແກຮມສ້າງຖານຂໍ້ມູນ, ເຊື່ອມຕໍ່ບັນດາຖານຂໍ້ມູນກ່ຽວກັບທີ່ດິນ ເຂົ້າໃນລະບົບດຽວກັນສ້າງເປັນຖານຂໍ້ມູນທີ່ດິນແຫ່ງຊາດ  ດ້ວຍລະບົບທັນສະໄໝ ຫັນເອົາການບໍລິການກ່ຽວກັບທີ່ດິນ ຜ່ານລະບົບອິນເຕີເນັດ ແລະ ຜ່ານລະບົບທະນາຄານ, ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນວຽກບູລິມະສິດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ( 2021-2025 ) ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ການຈັດຕັ້ງປະຕິບັດວ່າລະແຫ່ງຊາດ  ວ່າດ້ວຍ ການແກ້ໄຂຂໍ້ຫຸ້ຍງຍາກທາງດ້ານເສດຖະກິດ ແລະ ການເງິນ ໃຫ້ສາມາດເຊື່ອມຕໍ່ລະບົບຂໍ້ມູນທີ່ດິນ ກັບບັນດາຂະແໜງສູນກາງ ແລະ ທ້ອງຖິ່ນ.