Print

         ໃນຕອນບ່າຍ ຂອງວັນສຸກ ວັນທີ  20 ພຶດສະພາ 2022 ເວລາ 15:30 ທີ່ ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຍົກຍ້າຍຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄປປະຈຳການຢູ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ບຸນໜາ ຜາທຸມມະວົງ ຄະນະປະຈຳພັກ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະຈັດຕັ້ງ

ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ທອງຈັນ ອາຄະມະເຂດ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ກຊສ, ເຊິ່ງມີ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຮອງເຈົ້າເມືອງ 9 ຕົວເມືອງ, ຫົວໜ້າ ຫ້ອງການ ກຊສ, ຕາງໜ້າ ກົມກວດກາ ກຊສ, ຫົວໜ້າ, ຄະນະ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 9 ເມືອງ, ຫົວໜ້າຂະແໜງ, ຄະນະຂະແໜງ ແລະ ພະນັກງານ-ລັດຖະກອນທັງໝົດພາຍໃນ ພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ

- ພິທີດັ່ງກ່າວ ຕາງໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ  ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 379/ຈນວ, ລົງວັນທີ 17 ພຶດສະພາ 2022 ທີ່ໄດ້ຕົກລົງຊັບຊ້ອນຍົກຍ້າຍ ທ່ານ ປອ ແອງພອນ ແພງສຸວັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄປປະຈຳການຢູ່ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ