Print

          ໃນຕອນເຊົ້າ ວັນຈັນ  ວັນທີ  23  ພຶດສະພາ  2022  ເວລາ 08:00 ນາທີ ຢູ່ທີ່ຫ້ອງປະຊຸມ ຊັ້ນ 3 ຂອງພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ. ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄົບຮອບ 50 ປີ, ວັນສິ່ງແວດລ້ອມແຫ່ງຊາດ 5 ມິຖຸນາ, ວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ ປະຈຳປີ 2022 ໂດຍການເປັນ

ປະທານຮ່ວມ ຂອງທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະ ທ່ານ ແສງອາລຸນ ສຸລິຍະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ມີຫົວໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ, ຫົວໜ້າກອງບັນຊາການທະຫານ ເມືອງ ໄຊທານີ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ໄຊທານີ, ນາຍບ້ານ ໂນນສະອາດ ແລະ ນາຍບ້ານ ດົງໝາກຄາຍ ເຂົ້າຮ່ວມ

    ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ປຶກສາຫາລືປະກອບຄຳຄິດເຫັນໃສ່ບັນດາໜ້າວຽກທີ່ຈະໄດ້ຈັດຕັ້ງປະຕິບັດ, ໂດຍສະເພາະແມ່ນເນື້ອໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ, ວັນສິ່ງແວດລ້ອມແຫ່ງຊາດ, ກຳນົດສະຖານທີ່ ແລະ ເຂດພື້ນທີ່ສີຂຽວເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ ຂອງທຸກໆປີ ພ້ອມດຽວກັນນັ້ນໄດ້ກໍານົດມາດຕະການຂອງຜູ້ທີ່ຈະເຂົ້າຮ່ວມໃນງານສະເຫຼີມສະຫຼອງ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ມາດຕະການອື່ນໆ, ທີ່ທາງຄະນະສະເພາະກິດຕ້ານສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ຂັ້ນນະຄອນຫຼວງວາງອອກ. ພາຍຫຼັງໄດ້ປຶກສາຫາລືໄດ້ມີຄວາມເປັນ ເອກະພາບກັນໃນການກຳນົດວັນເວລາ ແລະ ສະຖານທີ່ ແລະ ເຫັນດີໃຫ້ນຳສະເໜີລາຍງານຕໍ່ການນຳ ນະຄອນຫຼວງວຽງຈັນ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດ.