ໃນຕອນບ່າຍ ວັນອັງຄານ ວັນທີ  24 ພຶດສະພາ 2022 ເວລາ 15:00 ໂມງ ທີ່ ຫ້ອງປະຊຸມຊັ້ນ 2 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບເງິນຊຸກຍູ້ວັນປູກຕົ້ນໄມ້ແຫ່ງຊາດ 01 ມິຖຸນາ, ຕິດພັນກັບວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ: ໂດຍແມ່ນບໍລິສັດ ລຸຊີວຟາມາຊຶທິໂກ ໄດ້ມອບງົບປະມານຈຳນວນໜຶ່ງໃຫ້ແກ່ ພະແນກ

ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໃຫ້ກຽດຂຶ້ນຮັບໂດຍ   ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໂດຍມີ: ຫົວໜ້າຂະແໜງ 5 ຂະແໜງ ທີ່ຂຶ້ນກັບພະແນກ ຊັບພະຍາກອນທຳມະ ຊາດ ແລະ ສິ່ງ ແວດລ້ອມ ນະຄອນຫຼວງວຽງຈັນ ເຂົ້າຮ່ວມໃນການຮັບຄັ້ງນີ້

 

       ງົບປະມານດັ່ງກ່າວນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຈະໄດ້ນຳໃຊ້ເຂົ້າໃນວຽກງານຂະບວນການໃນວັນປູກຕົ້ນໄມ້ແຫ່ງຊາດໃນວັນທີ 01 ມິຖຸນາ ແລະ ສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ, ເຊິ່ງຈະຈັດຂຶ້ນໃນວັນທີ 01 ມິຖຸນາ 2022 ທີ່ສວນພຶດສາສາດ ບ້ານ ດ່າງຊ້າງ ເມືອງ ໄຊທານີ, ໃນພິທີດັ່ງກ່າວ  ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຄະນະຜູ້ອຳນວຍການ ບໍລິສັດ ລຸຊີວຟາມາຊຶທິໂກ ທີ່ໄດ້ປະກອບສ່ວນດ້ານງົບປະມານ ເຊິ່ງເປັນການມີສ່ວນຮ່ວມ ໃນຂະບວນການຄັ້ງນີ້ ທ້າຍສຸດທ່ານຍັງໄດ້ມອບໃບຍ້ອງຍໍເພື່ອສະແດງເຖິງຄຸນງາມຄວາມດີໃຫ້ແກ່ ບໍລິສັດລຸຊີວຟາມາຊຶທິໂກ ທີ່ໄດ້ປະກອບສ່ວນເຂົ້າຮັບໃຊ້ພິທີ່ປູກຕົ້ນໄມ້ແຫ່ງຊາດວັນທີ 01 ມິຖຸນາ ຕິດພັນກັບການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ແລະ  ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ທີ່ຈະມາເຖິງນີ້ ໃນວັນທີ 05 ມິຖຸນາ 2022ນີ້.