Print

         ໃນຕອນບ່າຍ ວັນອັງຄານ ວັນທີ  24 ພຶດສະພາ 2022 ເວລາ 14:00 ໂມງ ທີ່ ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ  ໄດ້ເປີດກອງປະຊຸມເຜີຍແຜ່ເຊື່ອມຊຶມບັນດາເອກະສານ, ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ຄຳແນະນຳ ວ່າດ້ວຍການຈັດຕັ້ງຜົນຂະຫຍາຍຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 190/ຄລສພ

, ລົງວັນທີ 29 ກັນຍາ 2021, ດຳລັດ ວ່າດ້ວຍການກຳນົດຕຳແໜ່ງງານ ສະບັບເລກທີ 734/ລບ, ລົງວັນທີ 31 ທັນວາ 2021, ມະຕິ ວ່າດ້ວຍເພີ່ມທະວີການນຳພາຂອງພັກເພື່ອສ້າງການຫັນປ່ຽນ ຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ສະບັບເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021, ແຈ້ງການ ກະກຽມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກການ, ອົງການລັດທຽບເທົ່າ ແລະ ຫ້ອງການອ້ອມຂ້າງ ນະຄອນຫຼວງວຽງຈັນ,  ພາຍໃຕ້ການເປັນປະທານ ແລະ ເຜີຍແຜ່ ຂອງ ທ່ານ ບຸນຊົມ ຊົງວິໄລກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ,  ຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ນະຄອນຫຼວງວຽງ, ມີຄະນະພະແນກ, ຄະນະຂະແໜງ ພ້ອມດ້ວຍ ພະນັກງານວິຊາການທັງໝົດ  ເຂົ້າຮ່ວມຮັບຟັງ.

 ການເຜີຍແຜ່ເອກະສານສໍາຄັນໃນນີ້ກໍ່ແມ່ນເພື່ອປະຕິບັດຕາມທິດຊີ້ນໍາຂອງຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໃນການນຳເອົາເນື້ອໃນຈິດໃຈ ແລະ ທິດຊີ້ນຳຂອງຂັ້ນເທິງມາຜັນຂະຫຍາຍໃຫ້ບັນດາສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ ແລະ ເຂົ້າໃຈ ແນວທາງການປ່ຽນແປງໃໝ່ຂອງພັກ ລະບຽບກົດໝາຍຂອງລັດ ເຂົ້າສູ່ລ່ວງເລິກ, ສ້າງໃຫ້ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ. ຂັ້ນລຸ່ມຕ້ອງຂຶ້ນກັບຂັ້ນເທິງ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ ສ້າງໃຫ້ອົງກອນໃຫ້ເປັນອົງກອນທີ່ມີຄວາມສາມັກຄີປອງດອງ. ຕິດພັນກັບວາລະແຫ່ງຊາດຂອງລັດຖະບານທີ່ກຳນົດອອກ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນໄປເທ່ື່ອລະກ້າວ.