ໃນຕອນເຊົ້າ ຂອງວັນພຸດ ວັນທີ  25 ພຶດສະພາ 2022 ເວລາ 08:00 ທີ່ຫ້ອງປະຊຸມຊັ້ນ 3 ຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທາບທາມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ບຸນໜາ ຜາທຸມມະ

ວົງ ຄະນະປະຈຳພັກ ນະຄອນຫຼວງວຽງຈັນ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ທອງຈັນ ອາຄະມະເຂດ ຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ ກຊສ, ເຊິ່ງມີ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ, ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ, ພ້ອມດ້ວຍ ພະນັກງານ-ລັດຖະກອນທັງໝົດພາຍໃນ ພະແນກເຂົ້າຮ່ວມ.

 ຈຸດປະສົງຂອງການທາບທາມໃນຄັ້ງນີ້ກໍ່ເພື່ອສ້າງແຜນກໍານົດພະນັກງານ ແມ່ນການຄາດຄະເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕໍາແໜ່ງ ນຳພາ-ຄຸ້ມຄອງ ແຕ່ລະຂັ້ນ, ແນ່ໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ແລະ ສະເພາະໜ້າ,  ຍາວນານ, ການກະກຽມບຸກຄະລາກອນໃນລັກສະນະເປີດກ້ວາງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງ ຕອບສະໜອງທາງດ້ານຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລາກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕໍາແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການໃນລະບົບກົງຈັກການຈັດຕັ້ງແຜນຍຸດທະສາດ 5 ປີ ( 2021-2025 ),  ແຜນພັດທະນາເສດຖະກິດ-ສັງຄົມ ຕອບສະໜອງໄດ້ລັກສະນະການສ້າງພະນັກງານສືບທອດປ່ຽນແທນຕາມ 3 ຮຸ່ນຄື: ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸດໂສ, ເພດ ແລະ ເຜົ່າ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບຂອງພະນັກງານໃນແຕ່ລະຂະແໜງ.