Print

    ໃນວັນສຸກ ຂອງວັນທີ  27 ພຶດສະພາ 2022 ທີມນັກກິລາເປຕັງຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມຂະບວນການແຂ່ງຂັນກິລາເປຕັງ ຊິງຂັນທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ຢູ່ທີ່ ສະໜາມກິລາເປຕັງບຶງຂະຫຍອງ ນະຄອນຫຼວງວງຈັນ 

ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 98 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 50 ປີ ທີ່ບັນຈົບຄົບຮອບອີກວາລະໜຶ່ງພ້ອມທັງເປັນການເຊີນຊວນ ພະນັກງານຫັນມາອອກກຳລັງກາຍເພື່ອສຸຂະພາບ ແລະ ສ້າງນະຄອນຫຼວງໃຫ້ກາຍເປັນເມືອງແຫ່ງສຸຂະພາບ  ເຊິ່ງຜົນການແຂ່ງຂັນໃນຄັ້ງນີ້ທີມຊາຍສາມາດເຂົ້າໄປໃນຮອບ 16 ທີມສຸດທ້າຍ ແລະ ທີມຍິງແມ່ນໄດ້ເຂົ້າຮອບ 8 ທີມສຸດທ້າຍ. ໃນຈຳນວນທີມທີ່ເຂົ້າແຂ່ງຂັນທັງໝົດມີເຖິງ 90 ກ່ວາທີມ.