ໃນຕອນເຊົ້າ ວັນພຸດ ວັນທີ  01 ມິຖຸນາ 2022 ເວລາ 06:00 ໂມງ ຢູ່ທີ່ສວນພຶກສາສາດ ບ້ານດົງໝາກຄາຍ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2022, ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 23 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ພາຍໃຕ້ຄຳຂວັນ ໂລກມີພຽງໜຶ່ງດຽວ Only One Earth

ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ປອ ອານຸພາບ ຕຸນາລົມ ຄະນະເລຂາທິການ ສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ທ່ານ ປອ ໄຊນະຄອນ ອິນທະວົງ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ພູຂົງ ບັນນະວົງ ຄະນະປະຈຳພັກ ນວ, ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ບົວຈັນ ສີຫາວົງ ຮອງຫົວໜ້າຫ້ອງການ ກະຊວງກະຊິກຳ ແລະ ປ່າໄມ້, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຫ້ອງການ ຊສ ເມືອງ 9 ເມືອງ ອົງການປົກຄອງເມືອງ ໄຊທານີ, ອຳນາດການປົກຄອງບ້ານ ແລະ ບັນດາພະນັກງານຂອງອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ

      ທາມກາງບັນຍາກາດທົ່ວພັກ-ທົ່ວລັດ ແລະ ຊາວນະຄອນຫຼວງວຽງຈັນ ຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ,  ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025), ມະຕິກອງປະຊຸມໃຫ່ຍ ຄັ້ງທີ  VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ  ໄລຍະ 10 ປີ,  ວິໃສ່ທັດຮອດປີ 2030 ຂອງ ນະຄອນຫຼວງວຽງຈັນ, ມະຕິກົມການເມືອງສູນກາງພັກ ກ່ຽວກັບທິດທາງ ແລະ ໜ້າທີ່ການພັດທະນາ ນະຄອນຫຼວງວຽຈັນ ໃນໄລຍະໃໝ່, ແຜນ 5 ປີ  ເພື່ອສ້າງບາດລ້ຽວໃໝ່ໃນການຫັນປ່ຽນໂຄງສ້າງເສດຖະກິດທີ່ມີຄຸນນະພາບສູງ ໄປຕາມທິດສີຂຽວ ແລະ ຍືນຍົງ,  ໃນແຜນ 5 ປີ ຄັ້ງທີ IX ຂອງນະຄອນຫຼວງວຽຈັນ ປະກອບມີ 6 ເປົ້າໝາຍ  22 ແຜນງານຈຸດສຸມ ເຊີ່ງໃນນັ້ນ ແມ່ນແຜນງານ ການຄຸ້ມຄອງ ແລະ ນໍໍາໃຊ້ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ ສູ້ຊົນໃຫ້ມີເນື້ອທີ່ປົກຫຸ້ມປ່າໄມ້ເພີ້ມຂື້ນກ່ວາ 70% ຂອງເນື້້ອທີ່ ນະຄອນຫຼວງວຽງຈັນ ໃນ ປີ 2025.

 

ໂດຍປະຕິບັດຕາມໜັງສືທາງລັດຖະການ ສະບັບເລກທີ 1072/ຫວນວ, ລົງວັນທີ 20 ພຶດສະ

ພາ 2022 ໂດຍການຊີ້ນໍາຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ມອບໃຫ້ພະແນກ ກະສິກຳ-ປ່າໄມ້ ແລະ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງກະກຽມສ້າງຂະບວນການເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມສາກົນ ວັນທີ 5 ມິຖຸນາ ປະຈໍາປີ 2022 ຢູ່ ນະຄອນຫຼວງວຽງຈັນ. ຊຶ່ງເນັ້ນໃສ່ການດຳເນີນກິດຈະກຳ ທີ່ຕິດພັນກັບຄາດໝາຍ ແລະ ຕົວຊີ້ວັດ ທີ່ກຳນົດໃນຂໍ້ຕົກລົງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 699/ຈນວ,ລົງວັນທີ 11 ພະຈິກ 2020 ວ່າດ້ວຍສ້າງນະຄອນຫຼວງວຽງຈັນສີຂຽວໂດຍຕິດພັນກັບການເຮັດສັນຍາຮັກສາບົວລະບັດຕົ້ນໄມ້ແຄມສາຍທາງຫຼັກ 21 ເສັ້ນ, ມອບໃຫ້ຄົວເຮືອນ, ຫົວໜ່ວຍທຸລະກິດ, ສໍານັກງານອົງການລັດ ມີສ່ວນຮ່ວມຮັບຜິດຊອບ, ຮັບປະກັນຕົ້ນໄມ້ມີການເຕີບໂຕໃຫ່ຍ, ຍືນຍົງ,  ນອກຈາກນັ້ນກໍ່ແມ່ນບັນດາກິດຈະກໍາປິ່ນອ້ອມເຊັ່ນ: ການປູກໄມ້ໃຫ້ເປັນປ່າ, ການຮັກສາຄວາມສະອາດ, ຄວາມສວຍງາມ, ປົກປັກຮັກສາປ່າໄມ້, ການບູລະນະຮັກສາຕະຄອງ-ຮ່ອງນໍ້າ, ຮ່ອງລະບາຍນໍ້າໃນລະດູຝົນ, ຮັບປະກັນບໍ່ໃຫ້ເກີດມີສະພາບນໍ້າອັງຂັງໃນລະດູຝົນ.

 

ດັ່ງນັ້ນ, ມື້ນີ້ພວກເຮົາມາເຕົ້າໂຮມກັນຢູ່ໃນພືີ້ນທີ່ດິນເຂດສະຫງວນສ່ວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ ເຊີ່ງຕັ້ງຢູ່ ບ້ານ ດ່ານຊ້າງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ,ໃນເນື້ອທີ່ທັງໝົດ  269 ເຮັກຕາ 1783 ຕາແມັດ ໂດຍກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຜູ້ຄຸ້ມຄອງ ຕາມຂໍ້ຕົກລົງສະບັບເລກທີ 1062/ກຊສ, ລົງວັນທີ  11  ມີນາ  2020  ວ່າດ້ວຍການອອກໃບຕາດິນລັດ, ຊຶ່ງພື້ນທີ່ທີ່ດິນແຫ່ງນີ້ເພື່ອປູກຕົ້ນໄມ້  ແລະ ສ້າງເປັນສວນພຶກສາສາດໃນການອະນຸລັກຊິວະນາໆພັນ, ເປັນເຂດເຕົ້າໂຮມພຶດໄມ້ຫຼາຍຊະນິດທີ່ມີຄຸນຄ່າ, ພຶດໄມ້ທີ່ເປັນຢາຂອງທ້ອງຖິ່ນທັງເປັນເຂດສຶກສາດ້ານລະບົບນິເວດວິທະຍາຂອງຊາວນະຄອນຫຼວງວຽງຈັນ, ໃນອານາຄົດຈະກາຍເປັນເຂດສີຂຽວ ເພື່ອຮັບໃຊ້ໃນການທ່ອງທ່ຽວ ແລະ ທັງບ່ອນຟອດອາກາດ ໃຫ້ແກ່ຊາວນະຄອນຫຼວງວຽງຈັນ.

      ການປູກຕົ້ນໄມ້ໃນມື້ນີ້ 2 ພະແນກການຕ່າງໜ້າໃຫ້ ອົງການປົກຄອງ ນະຄອນຫຼວງວຽງຈັນ ໄດ້ນໍາເອົາຕົ້ນໄມ້ ຈໍານວນທັງໝົດ  600 ຕົ້ນ (ໃນນັ້ນປະກອບມີ ໄມ້ດູ ແລະ ໄມ້ຂະຍຸງ) ເຊີ່ງມີຄວາມຍາວ3000 ແມັດ,ມີໄລຍະຫ່າງລະຫວ່າງຕົ້ນຕໍ່ຕົ້ນ 5 ແມັດ, ໂດຍປູກ ເປັນເສັ້ນແຖວເຂດສະຫງວນ ຂະ

ໜານກັບເສັ້ນທາງເລກທີ 11 ເພື່ອເກີດໃຫ້ມີສີຂຽວ, ສະອາດງາມຕາ ເປັນຈຸດຊົມວິວໃນເວລາລົດແລນຜ່ານ, ນອກນັ້ນ 2 ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງຈະໄດ້ກະກຽມວາງແຜນສຶບຕໍ່ວາງແຜນຂະຫຍາຍເນື້ອປູກຕົ້ນໄມ້ໂດຍລິເລີ້ມປູກແຕ່ລະຈຸດ, ປູກຫຼາຍຊະນິດໃນຂອບເຂດພື້ນທີ່ສວນພຶກສາສາດ ໃຫ້ມີຄວາມໜ້າແໜ້ນ. ພ້ອມທັງຜັນຂະຫຍາຍທິດຊີ້ນໍາຂອງທ່ານເຈົ້າຄອງ ນະຄອນຫຼວງວຽງຈັນກ່ຽວກັບການຂື້ນບັນຊີຕົ້ນໄມ້ ໃນພື້ນທີ່ສຳນັກງານອົງການ, ບັນດາເສັ້ນທາງຕ່າງໆ ແລະ ເຂດທີ່ຢູ່ອາໃສ່ບໍ່ໃຫ້ຕັດໄມ້ເພື່ອໃຫ້ມີປ່າໄມ້ປົກຫຸ້ມ ກວມເອົາ 70%ຂອງນະຄອນຫຼວງວຽງຈັນ.

ໂລກຂອງພວກເຮົາແມ່ນກໍາລັງປະເຊີນກັບບັນຫາດ້ານສິ່ງແວດລ້ອມເຊັ່ນ:  ພາວະໂລກຮ້ອນ, ຝຸ່ນລະອອງເກີນຄ່າມາດຕະຖານ, ນໍ້າກ້ອນຂົ້ວໂລກລະລາຍ, ເກີດມີໄພພິບັດທາງທຳມະຊາດ, ປະລິມານຂີ້ເຫຍື້ອເພີ້ມຂື້ນ ແລະ ບັນຫາອື່ນໆ ຊຶ່ງເປັນສາຍເຫດໜຶ່ງທີ່ມະນຸດເຮົາເປັນຜູ້ທຳລາຍຈາກການໃຊ້ຊັບພະຍາກອນທຳມະຊາດ ຢ່າງຟຸ້ມເຟືອຍໂດຍບໍ່ຄໍານຶ່ງເຖີງຜົນກະທົບດ້ານສິ່ງແວດລ້ອມ ດັ່ງນັ້ນ, ອົງການສະຫະປະຊາຊາດ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມດ້ານສິ່ງແວດລ້ອມຂື້ນເປັນຄັ້ງທຳອິດ ຢູ່ທີ່ນະຄອນຫຼວງສະຕັອກໂຮມ ປະເທດສະວີເດັນ ໃນປີ 1972, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ເຫັນດີເປັນເອກະພາບກຳນົດເອົາວັນທີ 5 ມີຖຸນາ ຂອງທຸກໆປີ ເປັນວັນສິ່ງແວດລ້ອມໂລກ ໂດຍມີການໝູນວຽນປະເທດຕ່າງໆເປັນເຈົ້າພາບໃນແຕ່ລະປີ ມີການກໍານົດ ຫົວຂໍ້ ຫຼື ຄຳຂັວນສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກໃນແຕ່ລະປີທີ່ແຕກຕ່າງກັນ ຕາມສະພາບທີ່ພົ້ນເດັ່ນດ້ານສິ່ງແວດລ້ອມຊຶ່ງການສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ປະຈຳປີ 2022 ຄົບຮອບ 50 ປີ ໂດຍແມ່ນປະເທດສະວີເດັນເປັນເຈົ້າພາບ ຫົວຂໍ້ສະເຫຼີມສະຫຼອງພາຍໃຕ້ຄໍາຂັວນທີ່ວ່າ:  ໂລກມີພຽງໜຶ່ງດຽວເປັນພາສາສາກົນ Only One Earth ໂດຍເນັ້ນໜັກໃສ່ການຢູ່ຮ່ວມກັບທຳມະຊາດຢ່າງກົມກ່ຽວ ແລະ ຍືນຍົງ ໃຫ້ກາຍເປັນໂລກທີ່ປອດໄພ, ເປັນໂລກທີ່ອຸດົມສົມບູນ ແລະ ໜ້າຢູ່.