ຂະແໜງ ບໍລິຫານ, ແຜນການ ແລະ ການເງິນ ພຊສ ນວ ລົງຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ ຫຊສ ເມືອງສີສັດຕະນາກ.
ໃນຕອນເຊົ້າວັນສຸກ, ວັນທີ 23 ກັນຍາ 2022 ຂະແໜງບໍລິຫານ, ພຊສ ນວ ໄດ້ລົງຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ ຫຊສ ເມືອງສີສັດຕະນາກ ເຊັ່ນ: ວຽກແຜນການ, ການເງິນ ແລະ ວຽກສະຖິຕິ, ຂໍ້ມູນ-ຂ່າວສານ ເຊິ່ງແມ່ນ ທ່ານ ອຸ່ນຫລ້າ ທໍາມະວົງ ແລະ ທ່ານ ທິນນະກອນ ສະຫວັດດີ ໄດ້ນໍາພາພະນັກງານວິຊາການຫລັກແຫລງທີ່ໄດ້ເຮັດວຽກດັ່ງກ່າວລົງແນະນໍາແຕ່ລະຫນ້າວຽກໃຫ້ແກ່ ພະນັກງານວິຊາການ ຫຊສ ເມືອງສີສັດຕະນາກ ຜູ້ທີ່ເຮັດວຽກຕົວຈິ່ງ. ໂດຍແມ່ນ ທ່ານ ສຸພິນ ໂສມາຍາ, ທ່ານ ຈັນສີ ທິລາວົງ ແລະ ທ່ານ ແກ້ວເລີດວິໄລ ໄຊຍະວົງສາ ຮອງຫົວໜ້າ ຫຊສ ເມືອງສີສັດຕະນາກ ພ້ອມດ້ວຍພະນັກ ງານຫລັກແຫລ່ງຂອງເມືອງເຂົ້າຮ່ວມເຮັດວຽກນໍາ.