
ພຊສ ນວ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອກໃສເຂັ້ມແຂງໜັກແໜ້ນ ແລະ ບັດສະມາຊິກພັກ.
ໃນຕອນເຊົ້າວັນພະຫັດ, ວັນທີ 29 ກັນຍາ 2022 ພຊສ.ນວ ໄດ້ຈັດພິທີມອບ ໃບຢັ້ງຢືນ ໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນທີ່ຂື້ນກັບຄະນະພັກຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງ ແລະ ມອບບັດສະມາຊິກພັກ ໃຫ້ແກ່ສໍາມະຊິກພັກພາຍໃນພະແນກຂອງຕົນ ໂດຍການເປັນປະທານຂອງ ທ່ານ ບຸນຊົມ ຊົງວິໄລ ກຳມະການພັກ ນະຄອນຫລວງວຽງຈັນ, ເລຂາຄະນະພັກຮາກຖານພະແນກ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງວຽງຈັນ. ເຊິ່ງມີເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ແລະ ພະນັກງານທັງໝົດພາຍໃນ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫລວງ ເຂົ້າຮ່ວມ ແລະ ພິທີແມ່ນໄດ້ດຳເນີນໄປເປັນເວລາເຄີ່ງມື້ຈື່ງໄດປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.









